ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາຈະພາໃຫ້ເກີດການແຂ່ງຂັນທີ່ບໍ່ຍຸຕິທຳ

2022-12-05 15:09:00 cri

ວັນທີ 4 ທັນວານີ້, ທ່ານນາງອຸຊູລາ ວອນເດີເລແອນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ກ່າວປາຖະກະຖາຢູ່ມະຫາວິທະຍາໄລເອີຣົບທີ່ນະຄອນບຣຸເກັສ(Bruges)ປະເທດແບນຊິກວ່າ: ຮ່າງກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້ຂອງອາເມຣິກາໄດ້ຮັບການກວດສອບເພີ່ມຕື່ມຫຼາຍເທື່ອຢູ່ເອີຣົບແລະເຂດອື່ນໆໃນທົ່ວໂລກ, ເນື່ອງຈາກວ່າມັນຈະພາໃຫ້ເກີດການແຂ່ງຂັນທີ່ບໍ່ຍຸຕິທຳ, ປິດລ້ອມຕະຫຼາດ ແລະເຮັດໃຫ້ຕ່ອງໂສ້ການສະໜອງໃນທົ່ວໂລກແຕກແຍກກັນ. ທ່ານນາງອຸຊູລາ ວອນເດີເລແອນ ກ່າວຕື່ມວ່າ: ສົງຄາມການຄ້າກັບອາເມຣິກາທີ່ຕ້ອງເສຍຄ່າຕອບແທນຫຼາຍ ບໍ່ສອບຄ່ອງກັບຜົນປະໂຫຍດຂອງເອີຣົບ ທັງບໍ່ສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ.