ພູໄຟ Semeru ຢູ່ອິນໂດເນເຊຍລະເບີດ ລະດັບເຕືອນໄພປັບຂຶ້ນເຖິງລະດັບສູງສຸດ

2022-12-05 12:12:01 CRI


ວັນທີ 4 ທັນວານີ້, ອົງການບັນເທົາໄພພິບັດແຫ່ງຊາດອິນໂດເນເຊຍໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງພູໄຟ Semeru ຢູ່ແຂວງຈາວາຕາເວັນອອກຂອງອິນໂດເນເຊຍລະເບີດໃນມື້ນັ້ນແລ້ວ, ໄດ້ມີປະຊາຊົນທ້ອງຖິ່ນລວມ 1.979 ຄົນຖືກຍົກຍ້າຍ.


ໜ່ວຍກູ້ໄພປະສົມທີ່ປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງເຊັ່ນພາກສ່ວນກູ້ໄພທ້ອງຖິ່ນເປັນຕົ້ນຂອງອິນໂດເນເຊຍໄດ້ສືບຕໍ່ດຳເນີນວຽກງານກູ້ໄພ ຊອກຄົ້ນແລະຍົກຍ້າຍປະຊາຊົນ.


ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານອິນໂດເນເຊຍໄດ້ເຕືອນປະຊາຊົນທ້ອງຖິ່ນໃຫ້ຫ່າງໄກຈາກເຂດພູໄຟລະເບີດ. ພາກສ່ວນລັດຖະບານອິນໂດເນເຊຍໄດ້ປະກາດໃນວັນທີ 4 ທັນວານີ້ວ່າ: ລະດັບເຕືອນໄພຂອງພູໄຟ Semeru ໄດ້ປັບຂຶ້ນເຖິງລະດັບສູງສຸດ, ຄື:ລະດັບ 4.