ປະເທດຜະລິດນ້ຳມັນຕົ້ນຕໍປະກາດຈະຮັກສາເປົ້າໝາຍການຫຼຸດປະລິມານການຜະລິດໃນເດືອນຕຸລາບໍ່ປ່ຽນແປງ

2022-12-05 15:35:54 cri


ວັນທີ 4 ທັນວານີ້, ກຸ່ມປະເທດສົ່ງອອກນ້ຳມັນເຊື້ອໄຟ ຫຼືໂອເປັກ ກັບ ປະເທດທີ່ບໍ່ແມ່ນສະມາຊິກກຸ່ມໂອເປັກ ໄດ້ຈັດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 34 ຜ່ານທາງວິດີໂອ ໂດຍໄດ້ຕົກລົງກັນວ່າ: ຈະຮັກສາເປົ້າໝາຍການຫຼຸດປະລິມານການຜະລິດນ້ຳມັນເຊື້ອໄຟທີ່ກຳນົດຢູ່ໃນກອງປະຊຸມລະດັບລັດຖະມົນຕີຄັ້ງທີ 33 ທີ່ຈັດຂຶ້ນໃນເດືອນຕຸລາປີນີ້.

ໃນກອງປະຊຸມລະດັບລັດຖະມົນຕີຄັ້ງທີ 33 ທີ່ຈັດຂຶ້ນເມື່ອວັນທີ 5 ຕຸລາ 2022, ປະເທດສະມາຊິກກຸ່ມໂອເປັກທີ່ນຳໂດຍອາຣັບບີຊາອຸດິດ ກັບ ປະເທດທີ່ບໍ່ແມ່ນສະມາຊິກກຸ່ມໂອເປັກ ເປັນຕົ້ນ ຣັດເຊຍ ໄດ້ຕົກລົງເປັນເອກະພາບກັນວ່າ: ນັບແຕ່ເດືອນພະຈິກປີນີ້ເປັນຕົ້ນໄປ, ຢູ່ບົນພື້ນຖານປະລິມານການຜະລິດນ້ຳມັນຂອງເດືອນສິງຫາ, ຈະປັບປະລິມານປະຈຳເດືອນລົງເປັນ 2 ລ້ານບາເຣວຕໍ່ມື້ ເຊິ່ງແມ່ນປະລິມານການຫຼຸດການຜະລິດເທົ່າກັບ 2% ຂອງຄວາມຕ້ອງການໃນທົ່ວໂລກທີ່ມີຕໍ່ນ້ຳມັນດິບສະເລ່ຍຕໍ່ມື້.

ແຕ່ວ່າການຕົກລົງດັ່ງກ່າວບໍ່ໄດ້ກາຍເປັນສິ່ງຄ້ຳປະກັນທີ່ມີປະສິດທິຜົນຕໍ່ລາຄານ້ຳມັນດິບສາກົນ. ຍ້ອນວ່າຕະຫຼາດມີຄວາມເປັນຫ່ວງຕໍ່ອະນາຄົດຂອງການເຕີບໂຕດ້ານເສດຖະກິດໂລກ, ລາຄາໃນສັນຍາຕົ້ນຕໍຂອງນ້ຳມັນດິບທີ່ຊື້ຂາຍລ່ວງໜ້າໄດ້ຫຼຸດລົງຈາກ 120 ກວ່າໂດລາສະຫະລັດຕໍ່ບາເຣວໃນເດືອນມິຖຸນາປີນີ້ ເປັນປະມານ 80 ໂດລາສະຫະລັດຕໍ່ບາເຣວໃນປັດຈຸບັນ.