ບົດລາຍງານສະແດງໃຫ້ເຫັນວ່າ: ຍອດມູນຄ່າຈຳໜ່າຍຂອງວິສາຫະກິດການທະຫານ 40 ແຫ່ງຂອງອາເມຣິກາກວມເອົາ 50% ຂຶ້ນໄປຂອງ 100 ວິສາຫະກິດການທະຫານທີ່ສຸດຍອດຢູ່ໃນໂລກ

2022-12-06 13:31:45 cri


ສະຖາບັນຄົ້ນຄ້ວາສັນຕິພາບສາກົນ STOCKHOLM ຊູແອັດ ໄດ້ປະກາດບົດລາຍງານໃນວັນທີ 5 ທັນວານີ້ໃຫ້ຮູ້ວ່າ: ໃນລາຍຊື່ 100 ບໍລິສັດຜະລິດອາວຸດແລະໃຫ້ບໍລິການດ້ານການທະຫານທີ່ສຸດຍອດໃນທົ່ວໂລກ, ອາເມຣິກາມີບໍລິສັດ 40 ແຫ່ງຖືກຈັດເຂົ້າໃນລາຍຊື່ຈຳນວນນີ້, ຍອດມູນຄ່າຈຳໜ່າຍຂອງບໍລິສັດເຫຼົ່ານີ້ໄດ້ກວມເອົາ  50% ຂຶ້ນໄປຂອງ 100 ວິສາຫະກິດອຸດສາຫະກຳການທະຫານທີ່ສຸດຍອດຢູ່ໃນໂລກ.

ບົດລາຍງານດັ່ງກ່າວລະບຸວ່າ: ປີ 2021 ຜ່ານມາ, ຈຳນວນ 100 ບໍລິສັດ ຜະລິດອາວຸດແລະໃຫ້ບໍລິການດ້ານການທະຫານໃຫຍ່ທີ່ສຸດໃນທົ່ວໂລກ ມີຍອດມູນຄ່າຈຳໜ່າຍອາວຸດສູງເຖິງ 592 ຕື້ໂດລາ, ເພີ່ມຂຶ້ນ 1.9% ເມື່ອທຽບໃສ່ປີ 2020, ນີ້ແມ່ນການເຕີບໂຕ 7 ປີລຽນຕິດຂອງການຈຳໜ່າຍອາວຸດຂອງ 100 ວິສາຫະກິດທີ່ສຸດຍອດຢູ່ໃນໂລກ. ໃນນັ້ນ, ບໍລິສັດອາເມຣິກາ 40 ແຫ່ງມີຍອດມູນຄ່າຈຳໜ່າຍອາວຸດສູງເຖິງ 299 ຕື້ໂດລາ. ນັບແຕ່ປີ 2018 ເປັນຕົ້ນມາ, ວິສາຫະກິດອຸດສາຫະກຳການທະຫານທີ່ຈັດຢູ່ອັນດັບທີ 1 ຫາອັນດັບທີ 5 ລ້ວນແຕ່ແມ່ນວິສາຫະກິດຂອງອາເມຣິກາ.