ຈັດພິທີໄວ້ອາໄລສະຫາຍຈ່ຽງເຈີມິນຢູ່ນະຄອນຫຼວງປັກກິ່ງ

2022-12-06 17:09:50 CRI


ຕອນເຊົ້າວັນທີ 6 ທັນວາ 2022ນີ້, ຄະນະກຳມະການສູນກາງພັກຄອມມູນິດຈີນ, ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ຄະນະລັດຖະບານຈີນ, ສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ຄະນະກຳມະການການທະຫານສູນກາງຈີນໄດ້ຈັດພິທີໄວ້ອາໄລສະຫາຍຈ່ຽງເຈີມິນຢ່າງຍິ່ງໃຫຍ່ແລະສົມກຽດຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.


ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳໄວ້ອາໄລໃນພິທີດັ່ງກ່າວ.


ທ່ານສີຈິ້ນຜິງຊີ້ອອກວ່າ, ໃນໄລຍະ 13 ປີ ຫຼັງຈາກກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 13, ສະຫາຍຈ່ຽງເຈີມິນໄດ້ນຳພາປະຊາຊົນຈີນຮັບມືກັບເຫດການສຸກເສີນຕ່າງໆໃນສາກົນທີ່ພົວພັນເຖິງອະທິປະໄຕ ແລະ ຄວາມໝັ້ນຄົງຂອງຈີນຢ່າງທຸ່ນທ່ຽງ, ເອົາຊະນະຄວາມຫຍຸ້ງຍາກ ແລະ ຄວາມສ່ຽງທີ່ເກີດຂຶ້ນໃນວົງການການເມືອງ, ເສດຖະກິດ ແລະ ທຳມະຊາດ, ໂດຍສະເພາະໄດ້ນຳພາພວກເຮົາຮັບມືກັບຜົນກະທົບຈາກວິກິດການດ້ານການເງິນອາຊີຢ່າງສຳເລັດຜົນ, ເອົາຊະນະໄພນ້ຳຖ້ວມຮ້າຍແຮງທີ່ສຸດໃນປີ 1998 ແລະອື່ນໆ, ຮັບປະກັນກຳປັ່ນແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສາສັງຄົມນິຍົມທັນສະໄໝເດີນໄປຕາມທິດທາງອັນຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ, ສະຫາຍຈ່ຽງເຈີມິນໄດ້ເຝິກຝົນຫຼໍ່ຫຼອມຈິດໃຈປະຕິວັດ ແລະ ແບບແຜນປະຕິວັດອັນພົ້ນເດັ່ນໃນພຶດຕິກຳແຫ່ງການປະຕິວັດມາເປັນເວລາດົນນານ. ຈິດໃຈປະຕິວັດ ແລະ ແບບແຜນປະຕິວັດຂອງສະຫາຍຈ່ຽງເຈີມິນຈະຈາລຶກໄວ້ຢູ່ໃນຈິດໃຈຂອງພວກເຮົາຕະຫຼອດໄປ, ສຶກສາອົບຮົມ ແລະ ກະຕຸກຊຸກຍູ້ໃຫ້ພວກເຮົາກ້າວເດີນໄປໜ້າຕະຫຼອດໄປ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ