ເຂດໃຊ້ເງິນເອີໂຣປະເຊີນກັບຄວາມສ່ຽງທີ່ເສດຖະກິດຫຼຸດລົງດ້ານເຕັກນິກໃນລະດູໜາວປີນີ້

2022-12-06 14:43:04 CRI

 

    ພາຍຫຼັງຈັດກອງປະຊຸມຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ, ກຸ່ມເຂດໃຊ້ເງິນເອີໂຣໄດ້ອອກຖະແຫຼງການໃນວັນທີ 5 ທັນວານີ້ ໂດຍຊີ້ໃຫ້ເຫັນວ່າ, ເຂດໃຊ້ເງິນເອີໂຣ ແລະປະເທດສະມາຊິກສະຫະພາບເອີຣົບສ່ວນຫຼາຍ ໄດ້ປະເຊີນກັບຄວາມສ່ຽງທີ່ເສດຖະກິດຫຼຸດລົງດ້ານເຕັກນິກໃນລະດູໜາວປີນີ້, ຄາດຄະເນວ່າ ເສດຖະກິດມີຫວັງຈະຟື້ນຟູການເຕີບໂຕໃນລະດູໃບໄມ້ປົ່ງປີໜ້າ.

 

    ຖະແຫຼງການໄດ້ຊີ້ໃຫ້ເຫັນວ່າ: ສະພາບການໃນປັດຈຸບັນທີ່ລາຄາພະລັງງານສູງຂຶ້ນ, ກຳລັງຊື້ຂອງຄອບຄົວຫຼຸດລົງ, ສະພາບແວດລ້ອມພາຍນອກອ່ອນແອ ແລະເງື່ອນໄຂການລະດົມທຶນຮັດແຄບເຂົ້າ ຈະຕໍ່ເນື່ອງໄປຈົນຮອດປີ 2023, ພ້ອມດຽວກັນນີ້, ການເຄື່ອນໄຫວທາງດ້ານເສດຖະກິດພວມຫຼຸດຄວາມໄວຊ້າລົງ ແລະອະນາຄົດຂອງເສດຖະກິດປະເຊີນກັບຄວາມບໍ່ແນ່ນອນຢ່າງໃຫຍ່ຫຼວງ.

 

    ຕາມການຄາດຄະເນຂອງຄະນະກຳມາທິການສະຫະພາບເອີຣົບໃຫ້ຮູ້ວ່າ, ປີ 2023, ອັດຕາສ່ວນຂຸມການເງິນຕໍ່ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງເຂດໃຊ້ເງິນເອີໂຣຈະເພີ່ມຂຶ້ນເຖິງ 3,7%. ໃນລະຫວ່າງປີ 2022-2023, ປະເທດສະມາຊິກສະຫະພາບເອີຣົບທີ່ມີອັດຕາສ່ວນຂຸມການເງິນຕໍ່ GDP ສູງກວ່າ 3% ເມື່ອທຽບໃສ່ການກໍານົດຂອງສົນທິສັນຍາວ່າດ້ວຍຄວາມມີສະຖຽນລະພາບແລະການເຕີບໂຕຂອງສະຫະພາບເອີຣົບນັ້ນ, ຈະເພີ່ມຂຶ້ນເປັນ 12 ປະເທດຈາກ 10 ປະເທດໃນກ່ອນໜ້ານີ້.