ການຮ່ວມມືລະຫວ່າງອາເມຣິກາ-ເອີຣົບບໍ່ຄວນແນໃສ່ຝ່າຍທີ 3 ແລະຍິ່ງບໍ່ຄວນຖືປະເທດຈີນເປັນຂໍ້ອ້າງເພື່ອກໍ່ຄວາມເປັນປໍລະປັກກັນ

2022-12-06 11:40:47 CRI



ວັນທີ 5 ທັນວາ 2022ນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ການຮ່ວມມືລະຫວ່າງອາເມຣິກາ-ເອີຣົບບໍ່ຄວນແນໃສ່ຝ່າຍທີ 3 ແລະຍິ່ງບໍ່ຄວນຖືປະເທດຈີນເປັນຂໍ້ອ້າງເພື່ອກໍ່ຄວາມເປັນປໍລະປັກກັນ.


ຫວ່າງບໍ່ດົນມານີ້, ທ່ານນາງເວັນດີ ເຊີມານ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ແລະ ທ່ານສະເຕຟາໂນ ຊານີໂນ ເລຂາທິການໃຫຍ່ອົງການເຄື່ອນໄຫວວຽກງານກັບຕ່າງປະເທດຂອງສະຫະພາບເອີຣົບໄດ້ຈັດການສົນທະນາລະດັບສູງກ່ຽວກັບບັນຫາປະເທດຈີນລະຫວ່າງອາເມຣິກາ-ເອີຣົບຮອບທີ 4, ເຊິ່ງໄດ້ຕຳໜິວິຈານປະເທດຈີນທີ່ບໍ່ຖືກກັບຄວາມເປັນຈິງໃນບັນຫາຈຳນວນໜຶ່ງ. ກ່ຽວກັບເລື່ອງນີ້, ທ່ານນາງ ເໝົາໜິງ ກ່າວວ່າ: “ຈີນເດັດດ່ຽວຄັດຄ້ານອາເມຣິກາ ແລະ ສະຫະພາບເອີຣົບແຊກແຊງວຽກງານພາຍໃນຂອງຈີນ, ແລະໃສ່ຮ້າຍປ້າຍສີຈີນ.”


ທ່ານນາງເໝົາໜິງກ່າວຕື່ມວ່າ, ອາເມຣິກາ ແລະ ສະຫະພາບເອີຣົບກ່າວເນັ້ນໜັກເຖິງການປົກປັກຮັກສາຖານະໃຈກາງຂອງ “ກົດບັດສະຫະປະຊາຊາດ”, ແຕ່ກໍແມ່ນອາເມຣິກາ ແລະ ບາງປະເທດເອີຣົບນັ້ນເອງບໍ່ເອົາຫົວຊາຕໍ່ຫຼັກການທີ່ແກ້ໄຂຄວາມຂັດແຍ້ງສາກົນໂດຍສັນຕິວິທີ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ຫຼັກການອື່ນໆທີ່ກຳນົດຢ່າງຈະແຈ້ງໃນ “ກົດບັດສະຫະປະຊາຊາດ”, ຖືບັນຫາ “ສິດທິມະນຸດ” ເປັນຂໍ້ອ້າງເພື່ອແຊກແຊງວຽກງານພາຍໃນຂອງຈີນ, ຈົນໄດ້ກໍ່ສົງຄາມຕໍ່ອີຣັກ,ຊີຣີ ແລະ ປະເທດອະທິປະໄຕອື່ນໆ.

 

ເມື່ອເວົ້າເຖິງ “ການບັງຄັບນາບຂູ່ດ້ານເສດຖະກິດ”, ອາເມຣິກາໄດ້ບັງອາດນາບຂູ່ແລະບັງຄັບປະເທດອື່ນບໍ່ໃຫ້ນຳໃຊ້ອຸປະກອນທີ່ຜະລິດໂດຍວິສາຫະກິດຈີນ, ບໍ່ໃຫ້ດຳເນີນການຮ່ວມມືກັບຈີນ, ສິ່ງນີ້ຈຶ່ງແມ່ນການ ບັງຄັບນາບຂູ່ດ້ານເສດຖະກິດ; ອາເມຣິກາວາງ “ກົດໝາຍວ່າດ້ວຍແຜ່ນຊິບ ແລະ ວິທະຍາສາດ”, ຮ່ວມກັບພັນທະມິດຕົນຂົ່ມເຫັງປະເທດຈີນໃນດ້ານເສດຖະກິດ, ບັງຄັບໃຫ້ຕັດສາຍສຳພັນ, ສິ່ງນີ້ຈຶ່ງແມ່ນການບັງຄັບນາບຂູ່ດ້ານເສດຖະກິດ; ອາເມຣິການຳໃຊ້ “ກົດໝາຍວ່າດ້ວຍການຫຼຸດຜ່ອນໄພເງິນເຟີ້” ເພື່ອບັງຄັບໃຫ້ວິສາຫະກິດເອີຣົບຍ້າຍໂຮງງານຜະລິດໄປສູ່ອາເມຣິກາ, ສິ່ງນີ້ຈຶ່ງແມ່ນການບັງຄັບນາບຂູ່ດ້ານເສດຖະກິດ.

 

ທ່ານນາງເໝົາໜິງກ່າວຕື່ມອີກວ່າ, ໃນຖານະເປັນຜູ້ຮັບຜິດຊອບໃນປະຊາຄົມໂລກ, ຈີນເປັນຜູ້ສ້າງສາສັນຕິພາບຂອງໂລກ, ຜູ້ປະກອບສ່ວນເຂົ້າໃນການພັດທະນາຂອງໂລກ ແລະ ຜູ້ປົກປັກຮັກສາລະບຽບການສາກົນຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງເປັນສິ່ງທີ່ປະຊາຄົມໂລກຮັບຮູ້ນຳກັນ.