ການຮ່ວມມືດ້ານພະລັງງານໄດ້ກາຍເປັນຂົງເຂດສຳຄັນຂອງການຮ່ວມມືລະຫວ່າງຈີນແລະປະເທດອາຣັບ

2022-12-06 12:36:24 CRI


ການແຂ່ງຂັນບານເຕະໂລກ 2022 ທີ່ກາຕາເປັນເຈົ້າພາບກຳລັງຈັດຂຶ້ນຢ່າງຄຶກຄື້ນ, ຕາມລາຍງານຂ່າວໃຫ້ຮູ້ວ່າ, ໂຮງໄຟຟ້າ Al Kharsaah ທີ່ວິສາຫະກິດຈີນເປັນຜູ້ຮັບເໝົາກໍ່ສ້າງໄດ້ສະໜອງພະລັງງານສີຂຽວທີ່ເຂັ້ມແຂງໃຫ້ກັບງານມະຫະກຳກິລາລະດັບໂລກຄັ້ງນີ້. ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 5 ທັນວານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ໂຮງໄຟຟ້າ Al Kharsaah ແມ່ນໂຮງໄຟຟ້າທີ່ບໍ່ແມ່ນວັດຖຸເຊື້ອໄຟຟໍຊີວແຫ່ງທຳອິດຂອງກາຕາ, ແມ່ນໂຄງການສຳຄັນທີ່ກາຕາຊຸກຍູ້ການກໍ່ສ້າງຕາມ “ວິໄສທັດແຫ່ງຊາດປີ 2030”, ເປັນການສະໜັບສະໜູນຢ່າງແຂງແຮງຕໍ່ກັບຄຳໝັ້ນສັນຍາຂອງກາຕາທີ່ຈັດການແຂ່ງຂັນບານເຕະໂລກແບບ “ປອດການປ່ອຍກາກບອນ”,ໂຮງໄຟຟ້າ Al Dhafra ຂອງສະຫະລັດອາຣັບ ເອມີເຣດ ເປັນໂຮງຜະລິດໄຟຟ້າດ້ວຍແສງຕາເວັນ ຫຼຶ Single Photovoltaic ລະບົບດຽວທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ ທີ່ວິສາຫະກິດຈີນເປັນຜູ້ຮັບເໝົາກໍ່ສ້າງ ໄດ້ບັນລຸການຜະລິດໄຟຟ້າແລະສົ່ງເຂົ້າເຄືອຂ່າຍ.ໂຮງໄຟຟ້າແຫ່ງນີ້ສາມາດຊ່ວຍໃຫ້ນະຄອນຫຼວງອາບູດາບີຫຼຸດການປ່ອຍກາກບອນດີອົກຊິດ 2,4 ລ້ານໂຕນຕໍ່ປີ, ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດພະລັງງານແບບຍືນຍົງຂອງສະຫະລັດອາຣັບເອມີເຣດ.

 

ທ່ານນາງເໝົາໜິງກ່າວຕື່ມວ່າ: ການຮ່ວມມືດ້ານພະລັງງານໄດ້ກາຍເປັນຂົງເຂດທີ່ສຳຄັນຂອງການຮ່ວມມືລະຫວ່າງຈີນແລະປະເທດອາຣັບ. ຈາກພະລັງງານດັ້ງເດີມຮອດພະລັງງານສະອາດ,ເສດຖະກິດກາກບອນຕ່ຳ,ການຫັນປ່ຽນຮູບແບບພະລັງງານ,ການຮ່ວມມືດ້ານພະລັງງານລະຫວ່າງຈີນແລະອາຣັບມີກຳລັງແຮງບົ່ມຊ້ອນອັນມະຫາສານ. ປະເທດຈີນຍິນດີຮ່ວມກັນປະເທດອາຣັບຮ່ວມກັນພະຍາຍາມ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆຢ່າງບໍ່ຢຸດຢັ້ງ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ກັບປະຊາຊົນຈີນ-ອາຣັບ.