ທະນາຄານກາງຂອງຈີນປັບຫຼຸດອັດຕາເງິນສຳຮອງຄັ້ງທີ 2 ເພີ່ມເງິນທຶນ 500 ຕື້ຢວນເພື່ອສະໜັບສະໜູນເສດຖະກິດຮູບປະທຳ

2022-12-06 13:26:09 CRI


ວັນທີ 5 ທັນວານີ້, ທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນໄດ້ປັບຫຼຸດອັດຕາເງິນສຳຮອງປະເພດເງິນຝາກຂອງສະຖາບັນການເງິນລົງ 0,25 %ຢ່າງເປັນທາງການ, ນີ້ແມ່ນທະນາຄານກາງຂອງຈີນປັບຫຼຸດອັດຕາເງິນສຳຮອງເປັນຄັ້ງທີ 2 ພາຍໃນປີນີ້. ການປັບຫຼຸດອັດຕາເງິນສຳຮອງຄັ້ງນີ້ໄດ້ປ່ອຍເງິນທຶນໄລຍະຍາວປະມານ 500 ຕື້ຢວນ.


ທະນາຄານກາງຂອງຈີນແຈ້ງໃຫ້ຮູ້ວ່າ: ການປັບຫຼຸດອັດຕາເງິນສຳຮອງຄັ້ງນີ້ ດ້ານ ໜຶ່ງແມ່ນສາມາດຮັກສາສະພາບຄ່ອງໃນຕະຫຼາດໃຫ້ມີຄວາມສົມເຫດສົມຜົນແລະມີຄວາມພຽງພໍ, ຮັກສາຍອດຈຳນວນເງິນກູ້ສິນເຊື່ອໃຫ້ມີການເພິີ່ມຂຶ້ນຢ່າງສົມເຫດສົມຜົນ, ເພີ່ມຄວາມແຮງໃນການສະໜັບສະໜູນເສດຖະກິດຮູບປະທຳ,ສະໜັບສະໜູນການຍົກສູງຂຶ້ນຢ່າງມີປະສິດທິພາບໃນດ້ານຄຸນນະພາບແລະການເຕີບໂຕຢ່າງສົມເຫດສົມຜົນໃນດ້ານລວມຍອດຂອງເສດຖະກິດ. ພ້ອມກັນນັ້ນ,ຈະເພີ່ມແຫຼ່ງທຶນທີ່ໝັ້ນທ່ຽງຍາວນານໃຫ້ກັບສະຖາບັນການເງິນ.


ລາຍງານຂ່າວໃຫ້ຮູ້ວ່າ: ນະໂຍບາຍກ່ຽວກັບການເລື່ອນເວລາຊຳລະຄືນຕົ້ນທຶນແລະດອກເບ້ຍເງິນກູ້ຂອງວິສາຫະກິດຂະໜາດນ້ອຍແລະຈຸນລະວິສາຫະກິດສະບັບຫຼ້າສຸດໄດ້ຮັບການປະຕິບັດໃຫ້ເປັນຮູບປະທຳແລ້ວ. ທະນາຄານຫຼາຍແຫ່ງເລີ່ມຕິດຕໍ່ກັບວິສາຫະກິດເພື່ອເລື່ອນເວລາອີກຄັ້ງໃນການຊຳລະຄືນຕົ້ນທຶນແລະດອກເບ້ຍເງິນກູ້ທີ່ຄົບກຳນົດໃນໄຕມາດທີ 4 ຂອງປີນີ້ ຂອງວິສາຫະກິດຂະໜາດນ້ອຍແລະຈຸນລະວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກຊົ່ວຄາວຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19. ນອກນີ້,ນະໂຍບາຍດ້ານການເງິນຫຼາຍສະບັບ ໄດ້ເລັ່ງປະຕິບັດໃນໄລຍະມໍ່ໆນີ້,ເພື່ອຫຼຸດຜ່ອນຕົ້ນທຶນການລະດົມທຶນ,ຊ່ວຍໃຫ້ເສດຖະກິດ-ສັງຄົມແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ.