ການຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງ ແມ່ນແນວຄວາມຄິດແກນກາງຂອງທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ

2022-12-06 13:30:17 cri


ວັນທີ 5 ທັນວານີ້, ມູນນິທິພັດທະນາສິດທິມະນຸດຈີນ ແລະ ຄັງປັນຍາແຫ່ງຊາດຂ່າວສານຊິນຮວາ ໄດ້ຮ່ວມກັນເຜີຍແຜ່ບົດລາຍງານຄັງປັນຍາສະບັບພາສາຈີນແລະພາສາອັງກິດ ທີ່ມີຫົວຂໍ້ວ່າ “ເພື່ອຊີວິດທີ່ມີຄວາມສຸກຂອງປະຊາຊົນ: ພຶດຕິກຳຕົວຈິງແລະການຄົ້ນຄວ້າທິດສະດີດ້ານທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ”.

ບົດລາຍງານລະບຸວ່າ: ຈາກການບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກຢ່າງສຳເລັດຜົນ ແລະບັນລຸໃຫ້ປະຊາຊົນມີຊີວິດທີ່ອີ່ມໜາມສຳລານຢ່າງຮອບດ້ານ ຕະ ຫຼອດຮອດສິດດ້ານເສດຖະກິດ-ສັງຄົມແລະວັດທະນະທຳຂອງປະຊາຊົນຈີນມີການຮັບປະກັນຢ່າງມີປະສິດທິຜົນ, ທຸກສິ່ງທຸກຢ່າງໄດ້ສຸມໃສ່ພື້ນຖານພຶດຕິກຳຕົວຈິງດ້ານທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ, ການຮັບປະກັນສິດທິມະນຸດຂອງຈີນບໍ່ແມ່ນເວົ້າພຽງປາກເປົ່າລ້າໆ, ແຕ່ໄດ້ຈັດຕັ້ງປະຕິບັດໃນຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.

“ປະຊາຊົນມີຊີວິດທີ່ຜາສຸກແມ່ນສິດທິມະນຸດໃຫຍ່ທີ່ສຸດ”, ນີ້ແມ່ນການສະຫຼຸບເປັນຢ່າງສູງກ່ຽວກັບທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ. ບົດລາຍງານສະບັບດັ່ງກ່າວໄດ້ລະບຸຕື່ມວ່າ: ການຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງແມ່ນແນວຄວາມຄິດແກນກາງຂອງທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ, ການຍຶດໝັ້ນໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດແມ່ນຄວາມໝາຍສຳຄັນກ່ຽວກັບປະຊາທິປະໄຕຂອງທັດສະນະສິດທິມະນຸດຂອງຈີນໃນຍຸກບັດຈຸບັນ, ການຍຶດໝັ້ນຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນພື້ນຖານແຫ່ງການພັດທະນາສິດທິມະນຸດ ແມ່ນເປົ້າໝາຍຂອງທັດສະນະສິດທິມະນຸດຂອງຈີນໃນຍຸກປັດຈຸບັນ.

ບົດລາຍງານສະບັບດັ່ງກ່າວຍັງໄດ້ສະຫຼຸບບົດຮຽນດ້ານການຮັບປະກັນສິດທິມະນຸດຂອງຈີນໃນ 5 ດ້ານ ຄື: ການນຳພາຢ່າງເຂັ້ມແຂງ, ເລີ່ມຈາກສະພາບຕົວຈິງ, ຂັບເຄື່ອນດ້ວຍການພັດທະນາ, ຮັບປະກັນດ້ວຍກົດໝາຍ, ຖອດຖອນບົດຮຽນເຊິ່ງກັນແລະກັນແລະກວມລວມ, ເຊິ່ງມີຈຸດຢືນໃຫ້ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳທີ່ແຕກຕ່າງກັນ, ແກ້ໄຂການຂາດດຸນດ້ານການຄຸ້ມຄອງສິດທິມະນຸດໃນທົ່ວໂລກ, ຊຸກຍູ້ສ້າງໃຫ້ມີລະບົບການຄຸ້ມຄອງສິດທິມະນຸດທົ່ວໂລກທີ່ຍຸຕິທຳ, ທ່ຽງທຳ, ສົມເຫດສົມຜົນ ແລະກວມລວມກວ່າເກົ່າ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.