ສະຖານີອະວະກາດຈີນຈະກາຍເປັນເວທີການຮ່ວມມືທີ່ສໍາຄັນຂອງມວນມະນຸດ ໃນການສຳຫຼວດອະວະກາດ

2022-12-06 18:04:30 cri

ຫວ່າງມໍ່ໆມານີ້, ຈຸນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ-15 ໄດ້ເຂົ້າປະຈໍາການຢູ່ສະຖານີອະວະກາດຈີນຢ່າງສໍາເລັດຜົນ ແລະ ບັນຈົບພົບກັນກັບຈຸນັກບິນອະວະກາດຂອງຍານອະວະກາດເສີນໂຈ່ວ-14 ຢ່າງມີໄຊ. ພາຍຫຼັງສໍາເລັດການປ່ຽນຜ້ຽນກັນໃນວົງໂຄຈອນແລ້ວ, ຈຸນັກບິນອະວະກາດເສີນໂຈ່ວ-14 ໄດ້ກັບຄືນສູ່ພື້ນດິນຢ່າງສໍາເລັດຜົນໃນຕອນຄໍ່າວັນທີ 4 ທັນວານີ້. ພາລະກິດການບິນຂອງຍານອະວະກາດເສີນໂຈ່ວ-15 ເປັນຄັ້ງສຸດທ້າຍຂອງໄລຍະການກໍ່ສ້າງສະຖານີອະວະກາດຂອງຈີນ ແລະ ກໍເປັນການເຮັດພາລະກິດຄັ້ງທໍາອິດໃນໄລຍະການນໍາໃຊ້ ແລະ ພັດທະນາສະຖານີອະວະກາດຂອງຈີນ. ຫຼັງຈາກນັ້ນ, ສະຖານີອະວະກາດຂອງຈີນຈະເຂົ້າສູ່ໄລຍະທີ່ມີຄົນປະຈໍາການຖາວອນ.

ການກໍ່ສ້າງສະຖານີອະວະກາດ ແລະ ສ້າງຫ້ອງທົດລອງອະວະກາດແຫ່ງຊາດໃຫ້ສໍາເລັດ ເປັນເປົ້າໝາຍທີ່ສໍາຄັນຂອງຍຸດທະສາດ “ສາມບາດກ້າວ” ຂອງ ໂຄງການການບິນອະວະກາດບັນທຸກຄົນຂອງຈີນ. ນັບແຕ່ສົ່ງຫ້ອງແກນກາງທ່ຽນ ເຮີຂຶ້ນສູ່ອະວະກາດໃນເດືອນເມສາປີ 2021 ເປັນຕົ້ນມາ, ຈີນໄດ້ປະຕິບັດການສົ່ງຍານອະວະກາດ 11 ຄັ້ງ, ຄວບຄຸມຍານອະວະກາດກັບຄືນພາກພື້ນດິນ 2 ຄັ້ງ, ນັກບິນອະວະກາດປະຕິບັດກິດຈະກຳຢູ່ນອກຍານ 7 ຄັ້ງ, ມີນັກບິນອະວະກາດ 12 ຄົນໃນ 4 ທີມ ໄດ້ເຮັດວຽກຢູ່ໃນຍານແບບປ່ຽນຜ້ຽນກັນ ແລະ ປະກອບສະຖານີອະວະກາດຈີນແບບຮູບໂຕ T ສໍາເລັດຕາມກໍານົດ. ຂ່າວສານຣອຍເຕີຂອງອັງກິດລາຍງານວ່າ: ການສ້າງສະຖານີອະວະກາດຂອງຈີນສໍາເລັດຢ່າງຄ່ອງແຄ້ວ ເປັນການສ່ອງແສງໃຫ້ເຫັນເຖິງບົດບາດອິດທິພົນ ແລະ ຄວາມໝັ້ນໃຈຕົນເອງຂອງຈີນໃນດ້ານການສຳຫຼວດອະວະກາດ, ພາລະກິດການບິນອະວະກາດຂອງຈີນໄດ້ຮັບຄວາມຄືບໜ້າຢ່າງພົ້ນເດັ່ນ.

ພາຍຫຼັງສໍາເລັດການກໍ່ສ້າງສະຖານີອະວະກາດຈີນຢູ່ຕາມວົງໂຄຈອນແລ້ວກໍຈະເຂົ້າສູ່ໄລຍະນໍາໃຊ້ ແລະ ພັດທະນາ ເປັນເວລາ 10 ປີຂຶ້ນໄປ. ນັກບິນອະວະກາດຈະປະຈໍາການຢູ່ໃນສະຖານີອະວະກາດເປັນໄລຍະຍາວ ເພື່ອປະຕິບັດການຄົ້ນຄວ້າວິທະຍາສາດອະວະກາດ ແລະ ການສຳຫຼວດຈັກກະວານ ໃຫ້ເລິກເຊິ່ງກວ່າເກົ່າ. ສະຖານີອະວະກາດຈີນ ຈະກາຍເປັນເວທີການຮ່ວມມືທີ່ສໍາຄັນຂອງມວນມະນຸດ ໃນດ້ານການສຳຫຼວດອະວະກາດ. ວັນທີ 28 ພະຈິກຜ່ານມານີ້, ໂຄສົກໂຄງການການບິນອະວະກາດບັນທຸກຄົນຂອງຈີນ ແຈ້ງໃຫ້ຮູ້ວ່າ: ໂຄງການປະຍຸກໃຊ້ວິທະຍາສາດອະວະກາດຫຼາຍໂຄງການ ທີ່ຄັດເລືອກໂດຍຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນ, ຫ້ອງການວຽກງານອະວະກາດຊັ້ນນອກ(UNOOSA) ຂອງອົງການສະຫະປະຊາຊາດ ແລະ ສຳນັກງານອະວະກາດເອີຣົບນັ້ນ ກໍາລັງປະຕິບັດຕາມແຜນການ ແລະ ຈະເຂົ້າສູ່ສະຖານີອະວະກາດຈີນໃນປີໜ້າ ເພື່ອດໍາເນີນການທົດລອງ.

ເມື່ອຮອດປິ 2030, ສະຖານີອະວະກາດສາກົນຈະໝົດອາຍຸການນໍາໃຊ້ແລ້ວ. ໃນເວລານັ້ນ, ສະຖານີອະວະກາດ “ທ່ຽນກົ່ງ” ຂອງຈີນ ອາດຈະກາຍເປັນສະຖານີອະວະກາດພຽງແຫ່ງດຽວຂອງມວນມະນຸດຢູ່ອະວະກາດຊັ້ນນອກ. ຫົວໜ້າສະຖາບັນອະວະກາດແຫ່ງຊາດອັງກິດໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ສະຖານີອະວະກາດຈີນ ຈະເຮັດໃຫ້ມະນຸດມີຄວາມສາມາດການທົດລອງວິທະຍາສາດໃໝ່ ໂດຍຈະສະໜັບສະໜູນການຄົ້ນຄວ້າໃນດ້ານຊີວະການແພດ, ວິທະຍາສາດວ່າດ້ວຍວັດຖຸ ແລະຂົງເຂດອື່ນໆ ໃນສະພາບແວດລ້ອມແຮງຖ່ວງຕ່ຳ, “ນີ້ຈະເຮັດໃຫ້ພວກເຮົາ ມີຄວາມຮັບຮູ້ໃໝ່ໃນຂົງເຂດດັ່ງກ່າວ”.

ອະວະກາດຊັ້ນນອກເປັນຂອງມວນມະນຸດ, ການສຳຫຼວດອະວະກາດ ແມ່ນ ພາລະກິດຮ່ວມກັນຂອງມວນມະນຸດ. ຫວ່າງມໍ່ໆມານີ້ ທ່ານຈ້າວລີ້ຈ່ຽນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສະຖານີ ອະວະກາດຂອງຈີນ ຈະເປີດປະຕູຕໍ່ທຸກປະເທດສະມາຊິກອົງການສະຫະປະຊາ ຊາດ. ຄຳວ່າ “ສະຖານີອະວະກາດຂອງຈີນເປີດປະຕູຕໍ່ທຸກປະເທດສະມາຊິກ ອົງການສະຫະປະຊາຊາດ” ແມ່ນພາກສ່ວນທີ່ສຳຄັນໃນຂໍ້ລິເລີ່ມ “ທົ່ວໂລກຊົມໃຊ້ ອະວະກາດຮ່ວມກັນ” ຂອງອົງການສະຫະປະຊາຊາດ. ຈີນຍິນດີຮ່ວມມືກັບບັນດາ ປະເທດ ແລະ ພາກພື້ນທີ່ສຸມກໍາລັງເຂົ້າໃນການນໍາໃຊ້ອະວະກາດຊັ້ນນອກໃນທາງສັນຕິ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ໃນຂົງເຂດອະວະກາດຊັ້ນນອກ.