ເວທີເປິກສາຫາລືການຮ່ວມມືລະຫວ່າງສື່ມວນຊົນຈີນ-ອາຣັບ 2022 ຈັດຂຶ້ນຢູ່ ອາຣາບີ ຊາອຸດິດ

2022-12-07 15:21:57 CRI


ວັນທີ 5 ທັນວາ 2022, ເວທີເປິກສາຫາລືການຮ່ວມມືລະຫວ່າງສື່ມວນຊົນຈີນ-ອາຣັບ 2022 ຈັດຂຶ້ນຢູ່ນະຄອນຫຼວງຣີຢັດ ຂອງອາຣາບີ ຊາອຸດິດ. ເວທີເປິກສາຫາລືຄັ້ງນີ້ແມ່ນວິທະຍຸໂທລະພາບສູນກາງຈີນ ແລະ ກະຊວງຖະແຫຼງຂ່າວອາຣາບີ ຊາອຸດິດຮ່ວມກັນເປັນເຈົ້າພາບຈັດຂຶ້ນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນນຳກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບ”, ມີເຈົ້າໜ້າທີ່ລັດຖະບານ, ຜູ້ຕາງໜ້າສື່ມວນຊົນ ແລະ ນັກວິຊາການຈາກຈີນ ແລະ 22 ປະເທດອາຣັບລວມທັງໝົດ 150 ກວ່າທ່ານໄດ້ເຂົ້າຮ່ວມຜ່ານທາງອອນລາຍ ແລະ ແບບເຊິ່ງໜ້າ.

 


ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນກ່າວຄຳປາໄສຜ່ານທາງວີດີໂອວ່າ, ວິທະຍຸໂທລະພາບສູນກາງຈີນຈະຖືເວທີເປິກສາຫາລືຄັ້ງນີ້ເປັນໂອກາດ, ເພື່ອລົງເລິກການແລກປ່ຽນ ແລະ ການສົນທະນາກັບວົງການຕ່າງໆໃນສັງຄົມປະເທດອາຣັບ, ເພີ່ມທະວີການຮ່ວມມືຕົວຈິງ, ຕັ້ງໜ້າປະຕິບັດຕາມຂໍ້ລິເລີ່ມການພັດທະນາຂອງໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ຮ່ວມກັນຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຣັບຂຶ້ນສູ່ລະດັບສູງກວ່າເກົ່າ, ເຮັດໃຫ້ສື່ມວນຊົນປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບໃນຍຸກໃໝ່ ແລະ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.


ໃນຖານະເປັນໝາກຜົນທີ່ສຳຄັນຢ່າງໜຶ່ງໃນເວທີເປິກສາຫາລືຄັ້ງນີ້, ວິທະຍຸໂທລະພາບສູນກາງຈີນ ແລະ ສະຫະພັນວິທະຍຸປະເທດອາຣັບໄດ້ຮ່ວມກັນອອກ “ຂໍ້ລິເລີ່ມວ່າດ້ວຍການລົງເລິກການແລກປ່ຽນແລະການຮ່ວມມືລະຫວ່າງສື່ມວນຊົນຈີນ-ປະເທດອາຣັບ”, ໂດຍສົ່ງເສີມໃຫ້ສື່ມວນຊົນຂອງຈີນ ແລະ ປະເທດອາຣັບເພີ່ມທະວີການແລກປ່ຽນ ຖອດຖອນບົດຮຽນນຳກັນ, ປະຕິບັດຕາມໜ້າທີ່ຂອງສື່ມວນຊົນຢ່າງເຄັ່ງຄັດ, ລົງເລິກການແລກປ່ຽນ ແລະ ການຮ່ວມມືກັນ, ເຮັດໃຫ້ສື່ມວນຊົນປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຣັບຂຶ້ນສູ່ລະດັບສູງກວ່າເກົ່າ.