ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບ, ກອງປະຊຸມສຸດຍອດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ແລະຈະຢ້ຽມຢາມອາຣັບບີຊາອຸດິດທາງລັດຖະກິດ

2022-12-07 12:29:56 cri

ກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງກະສັດຊາມານ ບິນ ອັບດຸນ ອາຊິສ ອັນຊາດ ແຫ່ງອາຣັບບີຊາອຸດິດ, ລະຫວ່າງວັນທີ 7 ຫາວັນທີ 10 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຫຼວງຣີຢັດປະເທດອາຣັບບີຊາອຸດິດ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບ, ກອງປະຊຸມສຸດຍອດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ ແລະຈະຢ້ຽມຢາມອາຣັບບີຊາອຸດິດທາງລັດຖະກິດ.