ຝ່າຍຈີນສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດຈັດຕັ້ງແລະປະສານງານໃນການກອບກູ້ຊ່ວຍເຫຼືອດ້ານມະນຸດສະທຳສາກົນ

2022-12-07 16:05:08 cri


ວັນທີ 6 ທັນວານີ້, ທ່ານເກີງສວາງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ຈີນໃຫ້ຄວາມສຳຄັນໃນລະດັບສູງພ້ອມທັງຕັ້ງໜ້າເຂົ້າຮ່ວມວຽກງານດ້ານມະນຸດສະທຳທົ່ວໂລກ, ສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດຈັດຕັ້ງແລະປະສານງານໃນການກອບກູ້ຊ່ວຍເຫຼືອດ້ານມະນຸດສະທຳສາກົນ,ເນັ້ນໜັກໃຫ້ປະເທດທີ່ພັດທະນາແລ້ວຕ້ອງເພີ່ມຄວາມແຮງໃນດ້ານການຊ່ວຍເຫຼືອ, ເພີ່ມທະວີຄວາມສາມາດດ້ານການປ້ອງກັນ ແລະຫຼຸດຜ່ອນໄພພິບັດຂອງປະເທດພວມພັດທະນາ.


ໃນເວລາປະກອບຄຳເຫັນພາຍໃຕ້ຫົວຂໍ້ “ເພີ່ມທະວີການປະສານງານດ້ານມະນຸດສະທຳແລະການຊ່ວຍເຫຼືອກູ້ໄພຂອງອົງການສະຫະປະຊາຊາດ” ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77, ທ່ານເກີງສວາງກ່າວວ່າ: ປະຊາຄົມໂລກຄວນຮັດແໜ້ນແລະລົງເລິກການຮ່ວມມືສາກົນດ້ານການປ້ອງກັນ ແລະຫຼຸດຜ່ອນໄພພິບັດທີ່ຖືອົງການສະຫະປະຊາຊາດເປັນຫຼັກ. ປະເທດທີ່ພັດທະນາແລ້ວຄວນເລັ່ງລັດການສະໜັບສະໜູນແລະຊ່ວຍເຫຼືອປະເທດພວມພັດທະນາທີ່ເກີດໄພພິບັດຫຼາຍແລະເກີດໄພພິບັດໄດ້ງ່າຍໃນດ້ານເງິນທຶນ, ເຕັກນິກ, ພາຫະນະແລະອື່ນໆ, ຊ່ວຍເຫຼືອເຂົາເຈົ້າເພື່ອຍົກຄວາມສາມາດດ້ານການປ້ອງກັນ ແລະຫຼຸດຜ່ອນໄພພິບັດໃຫ້ສູງຂຶ້ນຢ່າງແທ້ຈິງ. ປະເທດທີ່ພັດທະ ນາແລ້ວຄວນຕັ້ງໜ້າປະຕິບັດຕາມຄວາມຮັບຜິດຊອບທາງປະຫວັດສາດແລະພັນທະສາກົນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາທີ່ຈະຊ່ວຍເຫຼືອເງິນ 100 ຕື້ໂດລາຕໍ່ປີໃຫ້ປາກົດຜົນເປັນຈິງໂດຍໄວ.