“ບົດລາຍງານການພັດທະນາການທະຫານ ແລະ ຄວາມໝັ້ນຄົງຂອງຈີນ” ແມ່ນກົນລະຍຸດທີ່ຄຸ້ນເຄີຍຂອງອາເມຣິກາ ເພື່ອສ້າງເລື່ອງອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກການທະຫານຂອງຈີນ”

2022-12-07 20:27:10 cri


ຫວ່າງມໍ່ໆມານີ້, ກະຊວງປ້ອງກັນປະເທດອາເມຣິກາໄດ້ເປີດເຜີຍ “ບົດລາຍງານການພັດທະນາການທະຫານ ແລະ ຄວາມໝັ້ນຄົງຂອງປະເທດຈີນ” ປະຈຳປີ 2022, ໄດ້ບິດເບືອນນະໂຍບາຍປ້ອງກັນປະເທດ ແລະ ຍຸດທະສາດການທະຫານຂອງປະເທດຈີນ ແລະ ຄາດຄະເນການພັດທະນາກຳລັງການທະຫານຂອງຈີນຢ່າງໄຮ້ເຫດຜົນ, ທັງໄດ້ແຊກແຊງວຽກງານພາຍໃນຂອງປະເທດຈີນກ່ຽວກັບບັນຫາໄຕ້ຫວັນ. ນັກວິເຄາະຊີ້ວ່າ: ນີ້ແມ່ນກົນລະຍຸດທີ່ຄຸ້ນເຄີຍຂອງອາເມຣິກາ ເພື່ອສ້າງເລື່ອງອັນທີ່ເອີ້ນວ່າ “ໄພຂົ່ມຂູ່ຈາກການທະຫານຂອງຈີນ”.

ປະເທດຈີນຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ປະຕິບັດນະໂຍບາຍປ້ອງກັນປະເທດທີ່ມີລັກສະນະປ້ອງກັນ, ເປັນຜູ້ສ້າງສັນຕິພາບ ແລະປະກອບສ່ວນເພື່ອການພັດທະນາຂອງໂລກ ທັງເປັນຜູ້ປົກປັກຮັກສາລະບຽບການສາກົນມາໂດຍຕະຫຼອດ. ປີ 2022, ງົບປະມານການທະຫານຂອງປະເທດຈີນກວມເອົາພຽງປະມານ 1,3% ຂອງ GDP ປະເທດຕົນ, ແຕ່ວ່າໃນໄລຍະດຽວກັນ, ງົບປະມານການທະຫານຂອງອາເມຣິກາໄດ້ກວມ 3,7% ຂອງ GDP ອາເມຣິກາ. ປີ 2021, ລາຍຈ່າຍປ້ອງກັນປະເທດຂອງອາເມຣິກາໄດ້ບັນລຸເຖິງ 801 ຕື້ໂດລາ, ຈຳນວນລາຍຈ່າຍດັ່ງກ່າວໄດ້ຫຼາຍກວ່າລາຍຈ່າຍທາງດ້ານການທະຫານລວມກັນຂອງ 9 ປະເທດ ທີ່ມີອັນດັບທາງການທະຫານຕາມຫຼັງອາເມຣິກາ. ຢ່າງໃດກໍດີ, ກ່ຽວກັບເລື່ອງການເພີ່ມລາຍຈ່າຍດ້ານການທະຫານຂອງປະເທດຈີນ ແລະ ບັນດາປະເທດຕາເວັນຕົກທີ່ເພີ່ມຂຶ້ນເຊັ່ນກັນນັ້ນ, ສື່ມວນຊົນປະເທດຕາເວັນຕົກໄດ້ປະຕິບັດມາດຕະຖານສອງຢ່າງ, ເຂົາເຈົ້າວ່າ: ອາເມຣິກາເພີ່ມລາຍຈ່າຍດ້ານການທະຫານແມ່ນເພື່ອປ້ອງກັນໄພຂົ່ມຂູ່ທີ່ແຝງຊ້ອນ, ປະເທດຈີນເພີ່ມລາຍຈ່າຍດ້ານການທະຫານພັດແມ່ນ “ທ້າທາຍສິດນຳພາຂອງອາເມຣິກາຢູ່ເຂດອາຊີປາຊີຟິກ” ແລະຖ້ອຍຄຳອື່ນໆ, ສື່ມວນຊົນເຫຼົ່ານີ້ໄດ້ຈົງໃຈສ້າງບັນຍາກາດແຫ່ງ “ໄພຂົ່ມຂູ່ຈາກປະເທດຈີນ” ຢູ່ທຸກເວລາ.

ຫວ່າງມໍ່ໆມານີ້, ໃນໂອກາດພົບປະກັບທ່ານສີຈິ້ນຜິງ ປະທານປະເທດຈີນໃນເວລາຢ້ຽມຢາມປະເທດຈີນທາງລັດຖະກິດ, ທ່ານອູຄະນາກິນ ຄູເຣຊູ ປະທານາທິບໍດີມົງໂກລີ ກ່າວວ່າ: ປະເທດຈີນແມ່ນປະເທດທີ່ຮັກຫອມສັນຕິພາບ, ຈີນບໍ່ເຄີຍຮຸກຮານປະເທດອື່ນໃນປະຫວັດສາດ, ນອກນີ້ຍັງຊ່ວຍເຫຼືອການພັດທະນາຂອງປະເທດອື່ນຢ່າງຈິງໃຈ. ກົງກັນຂ້າມ, ເລີ່ມແຕ່ປີ 2001 ເປັນຕົ້ນມາ, ອາເມຣິກາກໍ່ສົ່ງຄາມ ແລະ ປະຕິບັດການເຄື່ອນໄຫວດ້ານການທະຫານດ້ວຍຂໍ້ອ້າງ “ຕໍ່ຕ້ານລັດທິກໍ່ການຮ້າຍ” ໄດ້ປົກຄຸມປະເທດຕ່າງໆໃນໂລກຫຼາຍກວ່າ 40%. ຄວາມຈິງດັ່ງກ່າວໄດ້ຢືນຢັນອີກຄັ້ງໜຶ່ງວ່າ: ອາເມຣິກາແມ່ນຜູ້ກໍ່ຄວາມວຸ້ນວາຍຫຼາຍທີ່ສຸດ ແລະ ເປັນຜູ້ທຳລາຍສັນຕິພາບ ແລະ ສະຖຽນລະພາບທີ່ໃຫຍ່ທີ່ສຸດໃນໂລກ.

ຢາກເຕືອນໃຫ້ອາເມຣິກາ ຈົ່ງປະຖິ້ມແນວຄວາມຄິດສົງຄາມເຢັນ, ປ່ຽນແປງຄວາມຮັບຮູ້ທີ່ຜິດພາດຕໍ່ກັບປະເທດຈີນ, ມີທ່າທີທີ່ພາວະວິໄສຕໍ່ກິດຈະການປ້ອງກັນປະເທດ ແລະ ການບໍາລຸງສ້າງດ້ານທະຫານຂອງປະເທດຈີນ, ຍຸດຕິການກ່າວຖ້ອຍຄວາມຜິດພາດ ແລະບົດລາຍງານທີ່ກ່ຽວຂ້ອງ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດ ແລະ ສອງກອງທັບກັບຄືນສູ່ເສັ້ນທາງການພັດທະນາທີ່ສ້າງສັນ ດ້ວຍການກະທຳທີ່ແທ້ຈິງ.