ອົງການຟາວແຈ້ງໃຫ້ຮູ້ວ່າ ທີ່ດິນປະມານໜຶ່ງສ່ວນສາມໃນທົ່ວໂລກເສື່ອມໂຊມລົງ

2022-12-07 15:16:02 cri


ຫວ່າງມໍ່ໆມານີ້, ອົງການອາຫານແລະການກະເສດຂອງສະຫະປະຊາຊາດຫຼືຟາວໄດ້ເຜີຍແຜ່ບົດລາຍງານສະບັບໜຶ່ງໂດຍລະບຸວ່າ: ປັດຈຸບັນ, ທົ່ວໂລກມີທີ່ດິນປະມານໜຶ່ງສ່ວນສາມໄດ້ເສື່ອມໂຊມລົງ, ພາໃຫ້ປຸຍທຳມະຊາດໃນທີ່ດິນຮົ່ວໄຫຼ, ຄວາມສາມາດໃນການຜະລິດຂອງທີ່ດິນຫຼຸດລົງ, ວິຕາມິນແລະທາດບຳລຸງອື່ນໆໃນພືດພັນທັນຍາຫານ ພືດຜັກແລະໝາກໄມ້ຈຳນວນຫຼາຍບໍ່ອຸດົມສົມບູນຄືໃນ 70 ປີກ່ອນ. ໃນຂະນະດຽວກັນ, ຄອບຄົວຊາວກະສິກອນນ້ອຍຈຳນວນໜຶ່ງຢູ່ປະເທດໃນອາຊີ, ອາຟຣິກາແລະອາເມຣິກາລາຕິນໄດ້ຮັບຜົນກະທົບຈາກບັນຫາສະບຽງອາຫານແລະປຸຍເຄມີຍ້ອນຕ່ອງໂສ້ການສະໜອງໃນປັດຈຸບັນຂາດສະບັ້ນນັ້ນຢ່າງເລິກເຊິ່ງ, ສິ່ງນີ້ຈຶ່ງພາໃຫ້ບັນຫາທີ່ດິນເສື່ອມໂຊມລົງຢູ່ປະເທດເຫຼົ່ານີ້ຮ້າຍແຮງຂຶ້ນຕື່ມອີກ.

 

ອົງການຟາວແຈ້ງໃຫ້ຮູ້ຕື່ມວ່າ: ບັນຫາຕ່ອງໂສ້ການສະໜອງແລະປຸຍເຄມີຂາດແຄນພວມເຮັດໃຫ້ບັນຫາລາຄາສະບຽງອາຫານແລະສະພາບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຢູ່ຫຼາຍເຂດແຄວ້ນຮ້າຍແຮງຂຶ້ນ.