ອົງການພະລັງງານສາກົນຄາດວ່າ: ການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນໃນທົ່ວໂລກຈະເພີ່ມຂຶ້ນ 1 ເທົ່າໃນ 5 ປີຕໍ່ໜ້າ

2022-12-07 12:33:55 cri


ວັນທີ 6 ທັນວານີ້, ອົງການພະລັງງານສາກົນໄດ້ເຜີຍແຜ່ “ບົດລາຍງານພະລັງງານໝູນວຽນປີ 2022” ໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກວິກິດການພະລັງງານ, ການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງປະເທດຕ່າງໆໄດ້ເລັ່ງໄວຂຶ້ນຢ່າງເດັ່ນຊັດ, ໃນ 5 ປີຕໍ່ໜ້າ, ປະລິມານການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນໃນທົ່ວໂລກອາດຈະເພີ່ມຂຶ້ນເກືອບ 1 ເທົ່າ ເມື່ອທຽບໃສ່ປະລິມານການເຕີບໂຕໃນ 5 ປີກ່ອນໜ້ານີ້.

ບົດລາຍງານດັ່ງກ່າວຄາດວ່າ: ໃນລະຫວ່າງປີ 2022 ຫາ 2027, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນໃນທົ່ວໂລກຈະເພີ່ມຂຶ້ນ 2.400 ກິກະວັດ, ກວມເອົາຫຼາຍກວ່າ 90% ຂອງປະລິມານເຕີບໂຕຂອງກຳລັງການຜະລິດໄຟຟ້າໃນທົ່ວໂລກ. ເມື່ອຮອດຕົ້ນປີ 2025, ພະລັງງານໝູນວຽນຈະລື່ນກາຍຖ່ານຫີນກາຍເປັນແຫຼ່ງຜະລິດໄຟຟ້າໃຫຍ່ທີ່ສຸດຂອງໂລກ.

ບົດລາຍງານຍັງຄາດວ່າ: ໃນ 5 ປີຕໍ່ໜ້າ, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນເພີ່ມຕື່ມຢູ່ເຂດເອີຣົບຈະເພີ່ມຂຶ້ນ  1 ເທົ່າ ເມື່ອທຽບໃສ່ປະລິມານການເຕີບໂຕໃນຮອບ 5 ປີກ່ອນໜ້ານີ້, ການເຕີບໂຕຢູ່ປະເທດຈີນຈະກວມເອົາເກືອບ 50% ຂອງປະລິມານການເຕີບໂຕຂອງໂລກ, ພະລັງງານໝູນວຽນຢູ່ອາເມຣິກາແລະອິນເດຍກໍເພີ່ມຂຶ້ນຢ່າງເດັ່ນຊັດ.

ເມື່ອເບິ່ງຈາກປະເພດພະລັງງານແລ້ວ, ກຳລັງການຜະລິດໄຟຟ້າດ້ວຍພະລັງງານແສງອາທິດໃນທົ່ວໂລກຈະເພີ່ມຂຶ້ນ 2 ເທົ່າ, ການຜະລິດໄຟຟ້າດ້ວຍພະລັງງານລົມຈະເພີ່ມຂຶ້ນເກືອບ 1 ເທົ່າ, ທັງສອງຢ່າງນີ້ຈະກວມເອົາຫຼາຍກວ່າ 90% ຂອງກຳລັງການຜະລິດໄຟຟ້າດ້ວຍພະລັງງານໝູນວຽນທີ່ເພີ່ມຕື່ມໃນທົ່ວໂລກ. ຄວາມຕ້ອງການຕໍ່ວັດຖຸເຊື້ອໄຟຊີວະມວນໃນທົ່ວໂລກຈະເພີ່ມຂຶ້ນ 22%.