ພັກຮ່ວມລັດຖະບານຂອງຍີ່ປຸ່ນບັນລຸຄວາມເປັນເອກະພາບກັນກ່ຽວກັບນະໂຍບາຍຄວາມໝັ້ນຄົງ

2022-12-07 15:45:17 cri


ສື່ມວນຊົນຍີ່ປຸ່ນລາຍງານໃຫ້ຮູ້ວ່າ: ບຸກຄົນທີ່ກ່ຽວຂ້ອງຂອງພັກເສລີປະຊາທິປະ ໄຕແລະພັກໂຄເມໂຕະຍີ່ປຸ່ນໄດ້ໄຂກອງປະຊຸມໃນວັນທີ 2 ທັນວານີ້, ໂດຍໄດ້ລະບຸໃນເອກະສານກ່ຽວກັບນະໂຍບາຍຄວາມໝັ້ນຄົງສະບັບໃໝ່ວ່າ: ໄດ້ບັນລຸຄວາມເປັນເອກະພາບກັນທີ່ຍີ່ປຸ່ນສາມາດມີອັນທີ່ເອີ້ນວ່າ “ຄວາມສາມາດໃນການຕ່າວໂຈມຕີຄືນ”. ຄາດວ່າ: ເອກະສານກ່ຽວກັບນະໂຍບາຍຄວາມໝັ້ນຄົງຈະລົງມືປັບປຸງໃນກາງເດືອນທັນວານີ້.


ຂ່າວສານກຽວໂດຍີ່ປຸ່ນລາຍງານໃຫ້ຮູ້ວ່າ: ອັນທີ່ເອີ້ນວ່າ “ຄວາມສາມາດໃນການຕ່າວໂຈມຕີຄືນ” ຫຼືເອີ້ນວ່າ “ຄວາມສາມາດໃນການໂຈມຕີຖານທັບຂອງສັດຕູ”, ແມ່ນໝາຍເຖິງ: ການເກັບກຳຂໍ້ມູນຂ່າວສານດ້ານທີ່ຕັ້ງຂອງອຸປະກອນການທະຫານພາຍໃນດິນແດນປະເທດອື່ນໂດຍຜ່ານດາວທຽມເປັນຕົ້ນ, ການຍິງຖືກເປົ້າໝາຍຢ່າງແມ່ນຢຳຈາກທາງໄກ, ພ້ອມດ້ວຍຄວາມສາມາດໃນການບຸກທະລຸເຄືອຂ່າຍປ້ອງກັນໄພທາງອາກາດຂອງຝ່າຍກົງກັນຂ້າມແລະອື່ນໆ. ລາຍງານຂ່າວວິຈານວ່າ: ນັບຕັ້ງແຕ່ໃດໆມາ ຍີ່ປຸ່ນໄດ້ປະຕິບັດຕາມນະໂຍບາຍປ້ອງກັນຕົວທີ່ບໍ່ສະແຫວງຫາການກາຍເປັນປະເທດໃຫຍ່ດ້ານການທະຫານ, ແຕ່ການຂຽນຄຳວ່າ: ສາມາດມີ “ຄວາມສາມາດຕ່າວໂຈມຕີຄືນ”ເຂົ້າໃນເອກະສານນັ້ນ, ເປັນການທ້າທາຍຢ່າງໃຫຍ່ຫຼວງຕໍ່ຫຼັກການສະເພາະໃນການປ້ອງກັນຕົວຂອງຍີ່ປຸ່ນ, ທ່າອ່ຽງການເຄື່ອນໄຫວທີ່ກ່ຽວຂ້ອງໃນຕໍ່ໜ້າອາດຈະສ້າງປັດໄຈບໍ່ໝັ້ນຄົງຫຼາຍກວ່າເກົ່າໃຫ້ກັບສະພາບການໃນພາກພື້ນ.