ຫິມະໜັກ: 1 ໃນ 24 ຈຸດແບ່ງລະດູການ

2022-12-07 13:50:06 cri

     ວັນທີ 7 ທັນວານີ້ ກົງກັບຈຸດ “ຫິມະໜັກ” ເຊິ່ງເປັນຈຸດແບ່ງລະດູການອັນທີ 21 ໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ.  “ຫິມະໜັກ” ແມ່ນຈຸດແບ່ງລະດູການທີ່ສະແດງໃຫ້ເຫັນເຖິງຈຸດພິເສດຂອງດິນຟ້າອາກາດ, ຄື: ອຸນຫະພູມຫຼຸດລົງຫຼາຍ, ປະລິມານນໍ້າຝົນເພີ່ມຂຶ້ນ. ເວົ້າສໍາລັບວຽກງານກະສິກໍາແລ້ວ, ຈີນມີສຸພາສິດທີ່ກ່າວໄວ້ວ່າ  “ຫິມະໜັກເປັນສັນຍະລັກທີ່ຈະໄດ້ຮັບຜົນເກັບກ່ຽວອຸດົມສົມບູນໃນປີທີ່ຈະມາເຖິງ”, ຫິມະຕົກໃນຍາມທີ່ເໝາະສົມຈະນໍາເອົາຄວາມປິຕິຊົມຊື່ນໃຫ້ແກ່ຊາວກະສິກອນ.