ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການແຍກປ່ຽວຈີນແລະການຈໍາກັດການຮ່ວມມືກັບຈີນແມ່ນບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດ

2022-12-07 11:14:05 CRI

 

    ທ່ານນາງ ເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນວັນທີ 6 ທັນວານີ້ວ່າ: ການພັດທະນາຂອງຈີນເປັນການເພີ່ມເຕີມກໍາລັງຮັກສາສັນຕິພາບຂອງໂລກ ແລະໄດ້ສະໜອງແຮງຂັບເຄື່ອນກໍຄືໂອກາດໃຫ້ແກ່ການພັດທະນາຂອງໂລກ ເຊິ່ງການແຍກປ່ຽວຈີນແລະການຈໍາກັດການຮ່ວມມືກັບຈີນແມ່ນບໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດ.


    ທ່ານນາງ ເໝົາໜີງ ໄດ້ໃຫ້ທັດສະນະດັ່ງກ່າວໃນເວລາຕອບຄໍາຖາມຂອງນັກຂ່າວຢູ່ກອງປະຊຸມຖະແຫຼງຂ່າວກ່ຽວກັບຄໍາເວົ້າທີ່ກ່ຽວຂ້ອງກັບຈີນຂອງທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນ. ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ທ່ານ ໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນ ໄດ້ຂຽນບົດຄວາມລົງວາລະສານ “ວຽກງານການຕ່າງປະເທດ”ໂດຍຊີ້ອອກວ່າ, ຄວາມຈະເລີນກ້າວຂຶ້ນຂອງຈີນບໍ່ແມ່ນເຫດຜົນໃນການແຍກປ່ຽວຈີນ, ທັງບໍ່ແມ່ນຂໍ້ອ້າງໃນການຈໍາກັດການຮ່ວມມືກັບຈີນເຊັ່ນດຽວກັນ. ພ້ອມດຽວກັນນີ້, ທ່ານໄດ້ກ່າວວ່າ, ໂລກໃນປັດຈຸບັນນີ້ບໍ່ໄດ້ເຂົ້າສູ່ “ສົງຄາມເຢັນແບບໃໝ່” ແລະບໍ່ເຫັນດີນໍາທັດສະນະທີ່ຈີນແລະອາເມຣິກາຈະເປັນປໍລະປັກກັນ. ຝ່າຍຈີນມີຄຳເຫັນແນວໃດຕໍ່ກັບເລື່ອງນີ້?


    ທ່ານນາງ ເໝົາໜີງ ກ່າວວ່າ: ຄວາມຈິງໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ, ການພັດທະນາຂອງຈີນເປັນການເພີ່ມເຕີມກໍາລັງຮັກສາສັນຕິພາບຂອງໂລກ ພ້ອມທັງໄດ້ສະໜອງແຮງຂັບເຄື່ອນແລະໂອກາດໃຫ້ແກ່ການພັດທະນາຂອງໂລກ. ໂລກໃນປັດຈຸບັນນີ້, ກະແສຂອງເສດຖະກິດໂລກາພິວັດແມ່ນບໍ່ສາມາດປີ້ນຄືນໄດ້ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນຄວາມປາດຖະໜາຮ່ວມຂອງຄົນທັງຫຼາຍ. ການພັດທະນາຂອງຈີນແມ່ນປາສະຈາກໂລກບໍ່ໄດ້, ແລະຄວາມຈະເລີນຮຸ່ງເຮືອງຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ. ແນວໃດກໍຕາມ, ຈີນຈະສືບຕໍ່ດໍາເນີນການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ ເພື່ອຮ່ວມກັນຊົມໃຊ້ໂອກາດການພັດທະນາກັບປະເທດຕ່າງໆ.