ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມເພື່ອວິເຄາະ ແລະ ຄົ້ນຄວ້າວຽກງານເສດຖະກິດປີ 2023

2022-12-07 13:13:34 CRI

ວັນທີ 6 ທັນວາ 2022ນີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ, ໂດຍໄດ້ວິເຄາະຄົ້ນຄວ້າວຽກງານເສດຖະກິດໃນປີ 2023, ຮັບຟັງບົດລາຍງານວຽກງານຂອງຄະນະກວດກາວິໄນສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄົ້ນຄວ້າ ແລະ ວາງແຜນດຳເນີນການກໍ່ສ້າງແບບແຜນພັກທີ່ປອດໃສຂາວສະອາດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງໃນປີ 2023. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມຄັ້ງນີ້.

 

ກອງປະຊຸມເນັ້ນໜັກວ່າ: ຕ້ອງເຮັດວຽກງານເສດຖະກິດປີ 2023 ໃຫ້ດີ, ຕ້ອງຖືເອົາແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ຜັນຂະຫຍາຍແລະຈັດຕັ້ງປະຕິບັດເນື້ອໃຈຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຢ່າງຮອບດ້ານ, ຊຸກຍູ້ຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ, ຍຶດໝັ້ນທິດທາງພື້ນຖານໂດຍລວມທີ່ສະແຫວງຫາຄວາມຄືບໜ້າໃນຄວາມໜັກແໜ້ນ, ຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ,ເລັ່ງລັດສ້າງສະພາບການພັດທະນາແບບໃໝ່, ສຸມໃສ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ປະສານສົມທົບການປ້ອງກັນ ຄວບຄຸມພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມໃຫ້ດີກວ່າເກົ່າ, ປະສານສົມທົບການພັດທະນາ ແລະ ຄວາມໝັ້ນຄົງໃຫ້ດີກວ່າເກົ່າ, ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ກະຕຸກຊຸກຍູ້ຄວາມໝັ້ນໃຈຂອງຕະຫຼາດຢ່າງແຂງແຮງ, ເຊື່ອມສານການປະຕິບັດຍຸດທະສາດເປີດກວ້າງຄວາມຕ້ອງການພາຍໃນ ກັບການປະຕິຮູບໂຄງປະກອບດ້ານການສະໜອງຢ່າງມີກາຍອິນຊີ, ເນັ້ນການປະຕິບັດວຽກງານຮັກສາຄວາມໝັ້ນທ່ຽງດ້ານການເຕີບໂຕ, ການປະກອບອາຊີບ ແລະ ລາຄາສິນຄ້າໃຫ້ດີ, ປ້ອງກັນ ແລະ ແກ້ໄຂຄວາມສ່ຽງອັນໜັກໜ່ວງຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາ ເສດຖະກິດໃຫ້ດີຂຶ້ນໂດຍລວມ, ບັນລຸເປົ້າໝາຍທີ່ຄຸນນະພາບຍົກສູງຂຶ້ນຢ່າງມີປະສິດທິຜົນ ແລະ ປະລິມານເພີ່ມຂຶ້ນຢ່າງສົມເຫດສົມຜົນ, ບັນລຸການເລີ່ມຕົ້ນທີ່ດີໃຫ້ແກ່ການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.