ທ່ານສີຈິ້ນຜິງລົງບົດຄວາມຜ່ານສື່ອາຣັບບີ ຊາອຸດິດ ໂດຍກ່າວເນັ້ນໜັກເຖິງຄວາມສາມັກຄີ ແລະ ການຮ່ວມມື

2022-12-08 15:12:40 CRI


ວັນທີ 8 ທັນວາ 2022ນີ້, ເນື່ອງໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບ, ກອງປະຊຸມສຸດຍອດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍຄັ້ງທຳອິດ ແລະ ຢ້ຽມຢາມປະເທດ ອາຣັບບີ ຊາອຸດິດທາງລັດຖະກິດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຂຽນບົດຄວາມທີ່ມີຫົວຂໍ້ວ່າ “ສືບທອດມິດຕະພາບພັນປີ ຮ່ວມກັນສ້າງອະນາຄົດອັນດີງາມ” ລົງໃນໜັງສືພິມລາຍວັນ “ອັນ ຣີຢັດ”. ເນື້ອໃນບົດຄວາມໄດ້ຫວນຄືນເຖິງການໄປມາຫາສູ່ກັນຖານໄມຕີຈິດມິດຕະພາບລະຫວ່າງຈີນກັບປະເທດອາຣັບໃນເວລາພັນກວ່າປີຜ່ານມານີ້, ທັງຊີ້ອອກວ່າ: ຈີນ ແລະ ປະເທດອາຣັບ, ປະເທດສະມາຊິກຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍມີອະນາຄົດແຫ່ງການຮ່ວມມືຢ່າງກວ້າງຂວາງ, ໃນອະນາຄົດຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັນ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ປະເທດອາຣັບທີ່ໄປພ້ອມກັບຍຸກສະໄໝ; ສ້າງການພົວພັນຄູ່ຮ່ວມຍຸດທະສາດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ.


ເນື້ອໃນບົດຄວາມຊີ້ອອກຕື່ມວ່າ: ຈີນຈະຖືການສ້າງການພົວພັນຄູ່ຮ່ວມຍຸດທະສາດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍເປັນກາລະໂອກາດ, ເສີມສ້າງມິດຕະພາບອັນເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື່ອໃຈກັນກັບປະເທດສະມາຊິກຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ, ສືບຕໍ່ສະໜັບສະໜູນປະເທດສະມາຊິກຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍໃນການປົກປັກຮັກສາອະທິປະໄຕ, ເອກະລາດ, ຄວາມໝັ້ນຄົງ ແລະສະຖຽນລະພາບຢ່າງເດັດດ່ຽວໜຽວແໜ້ນ, ສືບຕໍ່ສະໜັບສະໜູນຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍເລັ່ງລັດເຊື່ອມໂຍງເຂົ້າກັນ, ບັນລຸການພັດທະນາແບບຫຼາຍເຄົ້າ. ຈີນຈະຮ່ວມກັບຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ, ສ້າງສະພາບການໃໝ່ແຫ່ງການຮ່ວມມືດ້ານພະລັງງານທີ່ສົມບູນກວ່າເກົ່າ, ເລັ່ງລັດຊຸກຍູ້ການຮ່ວມມືດ້ານການເງິນ ແລະ ການລົງທຶນໃຫ້ມີການພັດທະນາອັນໃໝ່, ສ້າງຈຸດເດັ່ນໃໝ່ໃນການຮ່ວມມືດ້ານວັດທະນະທຳ, ເປີດກວ້າງຂົງເຂດໃໝ່ແຫ່ງການຮ່ວມມືດ້ານການປະດິດສ້າງ, ລົງເລິກການເຊື່ອມໂຍງຜົນປະໂຫຍດລະຫວ່າງຈີນ ກັບຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ.