ທ່ານສີຈິ້ນຜິງຕອບຈົດໝາຍຜູ້ຕາງໜ້າຜູ້ຮຽນພາສາຈີນຢູ່ອາຣາບີ ຊາອຸດິດ

2022-12-08 14:22:22 cri



ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍຜູ້ຕາງໜ້າຜູ້ຮຽນພາສາຈີນຢູ່ອາຣາບີ ຊາອຸດິດ ເພື່ອໃຫ້ກຳລັງໃຈແກ່ຊາວໜຸ່ມອາຣາບີ ຊາອຸດິດ ຈົ່ງຮຽນພາສາຈີນໃຫ້ດີ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບລະຫວ່າງຈີນ-ອາຣາບີ ຊາອຸດິດ ແລະຈີນ-ອາຣັບ.


ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ພາສາແມ່ນຂໍກຸນແຈດີທີ່ສຸດເພື່ອຊອກຮູ້ປະເທດໜຶ່ງ, ພວກທ່ານຜ່ານການຮຽນພາສາຈີນແລະເຂົ້າຮ່ວມໂຄງການແລກປ່ຽນ “ຂົວພາສາຈີນ”, ໄດ້ຮັບຮູ້ປະເທດຈີນທີ່ມີຫຼາກຫຼາຍສີສັນຢ່າງຮອບດ້ານ, ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງ. ປັດຈຸບັນ, ປະຊາຊົນຈີນແລະປະຊາຊົນອາຣາບີ ຊາອຸດິດ ລ້ວນແຕ່ພວມພະຍາຍາມສູ້ຊົນເພື່ອບັນລຸຄວາມໃຝ່ຝັນອັນຍິ່ງໃຫຍ່ຂອງໃຜລາວ. ການຮຽນພາສາຂອງກັນແລະກັນ, ຮຽນຮູ້ປະຫວັດສາດແລະວັດທະນະທຳຂອງກັນແລະກັນ, ຈະມີຜົນດີຕໍ່ປະຊາຊົນສອງປະເທດເຂົ້າໃຈແລະຮັກແພງກັນ, ທັງຈະປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 


ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ໄວໜຸ່ມໄດ້ບົ່ມເພາະຄວາມຫວັງຢ່າງລົ້ນເຫຼືອ, ຊາວໜຸ່ມແມ່ນອະນາຄົດແຫ່ງໄມຕີຈິດມິດຕະພາບລະຫວ່າງຈີນ-ອາຣາບີ ຊາອຸດິດ ແລະຈີນ-ອາຣັບ. ຫວັງວ່ານັກຮຽນ-ນັກສຶກສາທັງຫຼາຍຈະບໍ່ປ່ອຍປະເວລາທີ່ດີງາມສູນເສຍໄປລ້າໆ, ພະຍາຍາມຮ່ຳຮຽນ, ເພື່ອປະກອບ ສ່ວນອັນໃໝ່ເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບລະຫວ່າງຈີນ-ອາຣາບີ ຊາອຸດິດ ແລະຈີນ-ອາຣັບ. ຍິນດີຕ້ອນຮັບນັກຮຽນ-ນັກສຶກສາທັງຫຼາຍມາຢ້ຽມຢາມຈີນ, ເພື່ອຮ່ວມກັບຊາວໜຸ່ມຈີນເພີ່ມຄວາມເຂົ້າໃຈເຊິ່ງກັນແລະກັນ, ເສີມຂະຫຍາຍມິດຕະພາບຍາວນານ, ຮ່ວມກັນສ້າງອະນາຄົດທີ່ດີງາມກວ່າເກົ່າແຫ່ງການພົວພັນຈີນ-ອາຣາບີ ຊາອຸດິດ ແລະຈີນ-ອາຣັບ.