ນັກເສດຖະສາດອັງກິດກ່າວວ່າ: ພາບທີ່ປະເທດຕາເວັນຕົກສະແດງໃຫ້ປະຊາຊົນຈີນເຫັນແບບມີການຄັດເລືອກນັ້ນແມ່ນຄຳຂີ້ຕົວະທັງນັ້ນ

2022-12-08 16:13:46 cri


ໃນເວລາໃຫ້ສຳພາດຕໍ່ “ເວັບໄຊຜູ້ສັງເກດການ” ໃນຫວ່າງມໍ່ໆມານີ້, ທ່ານຈອນ ຣົສ ນັກເສດຖະສາດອັງກິດໄດ້ສະແດງທັດສະນະຂອງຕົນວ່າ: “ອັນທີ່ເອີ້ນວ່າ ການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຕາເວັນຕົກໄດ້ສິ້ນສຸດລົງນັ້ນແມ່ນຄຳເວົ້າທີ່ໄຮ້ສາລະທັງນັ້ນ, 3 ປີຜ່ານມານີ້, ນະໂຍບາຍຂອງລັດຖະບານຈີນທີ່ກຳຈັດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາໄດ້ກອບກູ້ເອົາຊີວິດຂອງປະຊາຊົນ 4 ລ້ານກວ່າຄົນ.”


ກ່ອນອື່ນ, ທ່ານຣົສໄດ້ປຽບທຽບລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນແລະອາເມຣິກາໂດຍນຳໃຊ້ຕົວຊີ້ວັດແກນກາງໃນການໄລ່ລຽງເສດຖະກິດແຫ່ງຊາດ. ໄລຍະ 3 ປີຜ່ານມານີ້, ເສດຖະກິດຂອງຈີນໄດ້ເຕີບໂຕ 14,3%, ເພີ່ມຂຶ້ນ 4,5% ສະເລ່ຍຕໍ່ປີ, ແຕ່ໃນໄລຍະດຽວກັນ, ເສດຖະກິດອາເມຣິກາໄດ້ເຕີບໂຕພຽງແຕ່ 4,7% ເທົ່ານັ້ນ. ເຖິງວ່າຈັງຫວະການເຕີບໂຕດ້ານເສດຖະກິດຂອງຈີນໄດ້ຊັກຊ້າລົງແທ້, ແຕ່ຍັງຄົງເຕີບໂຕເຖິງ 3 ເທົ່າຖ້າທຽບໃສ່ເສດຖະກິດຂອງອາເມຣິກາ. ສ່ວນເສດຖະກິດພາກພື້ນເອີຣົບໃນ 3 ປີຜ່ານມານີ້ໄດ້ເຕີບໂຕພຽງແຕ່ 2,8%, ເສດຖະກິດຂອງຈີນແມ່ນເຕີບໂຕເຖິງ 5 ເທົ່າຂອງເສດຖະກິດພາກພື້ນເອີຣົບ.



ກ່ຽວກັບການລະບາດຂອງພະຍາດໂຄວິດ-19, ທ່ານຣົສກ່າວວ່າ: ຈີນໄດ້ປົກປ້ອງປະຊາຊົນບໍ່ໃຫ້ຖືກຜົນກະທົບຈາກການແພ່ລະບາດຫຼາຍຮອບໃນເບື້ອງຕົ້ນທີ່ມີອັດຕາການເສຍຊີວິດຍ້ອນຕິດເຊື້ອພະຍາດສູງ. ຢູ່ປະເທດຈີນ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ແມ່ນ 5.000 ກວ່າຄົນ; ສ່ວນຢູ່ອາເມຣິກາ,ແມ່ນມີຜູ້ເສຍຊີວິດຫຼາຍກວ່າ 1 ລ້ານຍ້ອນພະຍາດໂຄວິດ-19 . ປະຊາກອນຈີນແມ່ນມີ 4,3 ເທົ່າຂອງອາເມຣິກາ, ຖ້ານະໂຍບາຍແບບອາເມຣິກາຖືກປະຕິບັດຢູ່ຈີນພ້ອມທັງນຳໃຊ້ອັດຕາການເສຍຊີວິດແບບດຽວກັນໃນການຄິດໄລ່, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ປະເທດຈີນຈະມີເຖິງ 4,7 ລ້ານຄົນ. ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ປະຊາກອນເອີຣົບ, ອາຍຸຍືນຕາມຄາດໝາຍທີ່ຄິດສະເລ່ຍຕາມຫົວຄົນຢູ່ອາເມຣິກາໄດ້ຫຼຸດລົງ 2,7 ປີຍ້ອນພະຍາດໂຄວິດ-19, ສິ່ງນີ້ບໍ່ເຄີຍມີມາກ່ອນໃນຮອບ 100 ປີຜ່ານມາ. ທ່ານກ່າວຕື່ມວ່າ: “ນີ້ແມ່ນມະຫັນຕະໄພຄັ້ງໜຶ່ງ. ພາບທີ່ປະເທດຕາເວັນຕົກສະແດງໃຫ້ປະຊາຊົນຈີນໄດ້ເຫັນແບບມີການຄັດເລືອກນັ້ນແມ່ນຄຳຂີ້ຕົວະທັງນັ້ນ, ແລະແມ່ນການໂຄສະນາທີ່ຈອມປອມ.”