ທ່ານສີຈິ້ນຜິງເດີນທາງໄປຮອດນະຄອນຫຼວງຣີຢັດປະເທດອາຣັບບີຊາອຸດິດ

2022-12-08 09:57:19 cri


ຕອນບ່າຍວັນທີ 7 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດນະຄອນຫຼວງຣີຢັດປະເທດອາຣັບບີຊາອຸດິດ. ໂດຍຕອບສະໜອງຕາມຄຳເຊີນຂອງກະສັດຊາມານ ບິນ ອັບດຸນ ອາຊິສ ອັນຊາດ ແຫ່ງລາຊະອານາຈັກອາຣັບບີຊາອຸດິດ, ທ່ານສີຈິ້ນຜິງຈະເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບ, ກອງປະຊຸມສຸດຍອດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍຄັ້ງທຳອິດ ແລະຢ້ຽມຢາມອາຣັບບີຊາອຸດິດທາງລັດຖະກິດ.