ສູນກາງພັກຄອມມູນິດຈີນຈັດກອງປະຊຸມສົນທະນາກັບບຸກຄົນນອກພັກເພື່ອຂໍຄວາມຄິດເຫັນຕໍ່ວຽກງານເສດຖະກິດ

2022-12-08 11:12:58 CRI


    ຫວ່າງມໍ່ໆມານີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມສົນທະນາກັບບຸກຄົນນອກພັກຢູ່ນະຄອນຫຼວງປັກກິ່ງ ເພື່ອຂໍຄວາມຄິດເຫັນແລະຄຳສະເໜີຕໍ່ສະພາບເສດຖະກິດໃນປີນີ້ກໍຄືວຽກງານເສດຖະກິດໃນປີໜ້າ ຈາກສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ຜູ້ຮັບຜິດຊອບສະຫະພັນ ອຸດສາຫະກຳການຄ້າທົ່ວປະເທດກໍຄືຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມແລະໄດ້ກ່າວຄໍາປາໄສສຳຄັນໂດຍເນັ້ນໜັກວ່າ: ວຽກງານເສດຖະກິດຕ້ອງຍຶດໝັ້ນຖືຄວາມໝັ້ນທ່ຽງເປັນຫຼັກ ແລະສະແຫວງຫາຄວາມຄືບໜ້າທ່າມກາງຄວາມໝັ້ນທ່ຽງ, ຕ້ອງຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຮອບດ້ານ, ປະສານສົມທົບການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມໃຫ້ດີກວ່າເກົ່າ, ປະສານສົມທົບການພັດທະນາແລະຄວາມໝັ້ນຄົງໃຫ້ດີກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າແລະນະໂຍບາຍເງິນຕາທີ່ໝັ້ນທ່ຽງ, ເພີ່ມທະວີການປະສານສົມທົບກັນຂອງນະໂຍບາຍປະເພດຕ່າງໆ, ອອກແຮງເພີ່ມທະວີຄວາມໝັ້ນໃຈຂອງຕະຫຼາດ, ປະສານສົມທົບການຈັດຕັ້ງປະຕິບັດຍຸດທະສາດການເປີດກວ້າງຄວາມຕ້ອງການພາຍໃນກັບການປະຕິຮູບໂຄງປະກອບດ້ານການສະໜອງຢ່າງມີກາຍອິນຊີ, ຊຸກຍູ້ການພັດທະນາເສດຖະກິດໃຫ້ດີຂຶ້ນໂດຍລວມ, ເພື່ອສ້າງສະພາບການແຫ່ງການເລີ່ມຕົ້ນທີ່ດີໃຫ້ແກ່ການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

 

    ໃນກອງປະຊຸມ, ບຸກຄົນຂອງພັກຝ່າຍປະຊາທິປະໄຕຕ່າງໆແລະຜູ້ຕາງໜ້າບຸກຄົນທີ່ບໍ່ສັງກັດພັກຝ່າຍໃດຕ່າງກໍໄດ້ປະກອບຄໍາຄິດເຫັນ. ພວກເຂົາເຈົ້າແມ່ນເຫັນດີເຫັນພ້ອມກັບການວິເຄາະໄຈ້ແຍກສະພາບເສດຖະກິດຂອງປະເທດຊາດໃນປັດຈຸບັນກໍຄືການວາງແຜນຕໍ່ວຽກງານເສດຖະກິດໃນປີໜ້າຂອງສູນກາງພັກຄອມມູນິດຈີນ, ທັງໄດ້ປະກອບຄໍາຄິດເຫັນແລະຄຳສະເໜີກ່ຽວກັບການຍົກລະດັບຄວາມສາມາດດ້ານການຄົ້ນຄວ້າພັດທະນາເຕັກໂນໂລຊີພື້ນຖານໃຫ້ສູງຂຶ້ນ, ເພີ່ມທະວີການນໍາເຂົ້າບຸຄະລາກອນດ້ານວິທະຍາສາດແລະເຕັກໂນໂລຊີ, ຊຸກຍູ້ການພັດທະນາແບບສີຂຽວແລະກາກບອນຕໍ່າ, ປຸກລະດົມແລະປົກປັກຮັກສາຄວາມຫ້າວຫັນຂອງການລົງທຶນພາກເອກະຊົນ, ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ແບບຖືກເປົ້າໝາຍໃຫ້ດີຂຶ້ນ ແລະອື່ນໆ.