ງານສໍາມະນາສື່ມວນຊົນຈີນ-ອາຣັບພາຍໃຕ້ຫົວຂໍ້ “ຈີນໃນຂະບວນການໃໝ່ກັບໂລກ” ຈັດຂຶ້ນຢູ່ຣີຢັດປະເທດອາຣາບີ ຊາອຸດິດຢ່າງສໍາເລັດຜົນ

2022-12-08 11:55:32 CRI


    ວັນທີ 5 ທັນວານີ້, ງານສໍາມະນາສື່ມວນຊົນຈີນ-ອາຣັບພາຍໃຕ້ຫົວຂໍ້ “ຈີນໃນຂະບວນການໃໝ່ກັບໂລກ” ທີ່ລິເລີ່ມໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ໂດຍມີສື່ມວນຊົນສໍາຄັນຂອງບັນດາປະເທດອາຣັບ 30 ກວ່າສື່ເຂົ້າຮ່ວມນັ້ນ, ໄດ້ຈັດຂຶ້ນຢ່າງສໍາເລັດຜົນຢູ່ນະຄອນຫຼວງຣີຢັດຂອງ ອາຣາບີ ຊາອຸດິດ. ເຈົ້າໜ້າທີ່ລັດຖະບານຂອງປະເທດອາຣາບີ ຊາອຸດິດ, ເອຢິບ, ອານເຊຣີ, ປາແລັສຕິນ ແລະ ເຢແມນ, ຜູ້ຮັບຜິດຊອບສື່ມວນຊົນສໍາຄັນ, ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງແລະເອກອັກຄະລັດຖະທູດຂອງກະຊວງການຕ່າງປະເທດຈີນກ່ຽວກັບວຽກງານເວທີເປິກສາຫາລືການຮ່ວມມືຈີນ-ອາລັບ ທັງໝົດ100ກວ່າທ່ານໄດ້ເຂົ້າຮ່ວມງານສໍາມະນາໃນຄັ້ງນີ້, ແລະໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ ຂະບວນການໃໝ່ຂອງຈີນໃນຍຸກໃໝ່ກັບໂອກາດໃໝ່ຂອງປະເທດອາຣັບ, ຄວາມໝາຍສໍາຄັນຍິ່ງຂອງການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຣັບ, ສື່ມວນຊົນຈີນ-ປະເທດອາຣັບຄວນເຮັດແນວໃດເພື່ອຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາຣັບຂະຫຍາຍຕົວໄປສູ່ທິດທາງທີ່ດີກວ່າເກົ່າ ແລະຫົວຂໍ້ອື່ນໆ. ບຸກຄົນທີ່ເຂົ້າຮ່ວມງານສໍາມະນາໃນຄັ້ງນີ້ໂດຍທົ່ວໄປເຫັນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ວາງແຜນການພັດທະນາໃນອະນາຄົດຂອງຈີນ, ເຊິ່ງເປັນບ່ອນອີງໃຫ້ແກ່ປະເທດອາຣັບໃນການຮຽນຮູ້ແລະຖອດຖອນບົດຮຽນນໍາ, ສື່ມວນຊົນຈີນ-ປະເທດອາຣັບເພີ່ມທະວີການແລກປ່ຽນແລະການຮ່ວມມືນັ້ນ ຈະປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາຣັບໃຫ້ຂະຫຍາຍຕົວກ້າວຂຶ້ນສູ່ລະດັບສູງກວ່າເກົ່າ.