ຜົນສໍາເລັດອັນໃຫຍ່ຫຼວງໃນການຕ້ານກັບພະຍາດໂຄວິດ-19ຂອງຈີນນໍາເອົາໂອກາດມາໃຫ້ແກ່ການປັບປຸງທິດທາງນະໂຍບາຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

2022-12-08 14:53:00 CRI

 

    ຫວ່າງມໍ່ໆມານີ້, ຈີນໄດ້ອອກມາດຕະການ 10 ຂໍ້ເພື່ອປັບປຸງການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຕື່ມອີກ. ທ່ານ ຫຼຽງວ້ານໜຽນ ຫົວໜ້າຄະນະຜູ້ຊ່ຽວຊານຂອງໜ່ວຍນໍາພາວຽກງານຮັບມືກັບການແພ່ລະບາດຂອງພະຍາດໂຄວິ-19ທີ່ສັງກັດຄະນະກຳມະການອະນາໄມ ແລະ ສຸຂະພາບແຫ່ງຊາດຈີນໃຫ້ຮູ້ວ່າ: ໃນຮອບ 3 ປີຜ່ານມາ, ການຕ້ານກັບພະຍາດໂຄວິດ-19ຂອງຈີນໄດ້ຮັບໝາກຜົນທາງດ້ານຍຸດທະສາດທີ່ສໍາຄັນແລະໃຫຍ່ຫຼວງ, ສາມາດຮັກສາຄວາມດຸນດ່ຽງລະຫວ່າງການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມໄດ້ດີສົມຄວນ. ສິ່ງນີ້ເປັນການສ້າງພື້ນຖານກໍຄືອໍານວຍເງື່ອນໄຂໃຫ້ແກ່ການປັບປຸງທິດທາງນະໂຍບາຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

 

    ທ່ານ ຫຼຽງວ້ານໜຽນ ກ່າວຕື່ມວ່າ: ການຕ້ານກັບພະຍາດໂຄວິດ-19 ເປັນເວລາ 3 ປີຂອງຈີນນັ້ນ, ເຮັດໃຫ້ປະຊາກອນຫຼາຍ100ລ້ານຄົນສາມາດເວັ້ນຈາກການຕິດເຊື້ອ ແລະເຮັດໃຫ້ຫຼາຍລ້ານຄົນສາມາດເວັ້ນຈາກການເສຍຊີວິດຍ້ອນພະຍາດໂຄວິດ-19, ສິ່ງນີ້ໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນ, ທັງໄດ້ຮັບການຍ້ອງຍໍຊົມເຊີຍຢ່າງກວ້າງຂວາງຈາກປະຊາຄົມໂລກຕື່ມອີກ. ທີ່ສໍາຄັນກວ່ານັ້ນ, ໝາກຜົນເຫຼົ່ານີ້ໄດ້ນໍາເອົາໂອກາດດີທີ່ສຸດມາໃຫ້ແກ່ການປັບປຸງທິດທາງນະໂຍບາຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

 


    ທ່ານ ໃຫ້ຮູ້ຕື່ມວ່າ: ຄວາມມານະອົດທົນຂອງຈີນໄດ້ຖ້າຈົນຮອດອັດຕາການເສຍຊີວິດຈາກເຊື້ອພະຍາດໂຄວິດ-19ສາຍພັນໂອໄມຄຣອນຫຼຸດລົງຢ່າງເດັ່ນຊັດ, ຖ້າຈົນຮອດມີວັກຊິນແລະຢາປິ່ນປົວທີ່ມີປະສິດທິຜົນ, ຄຽງຄູ່ກັນນີ້, ປະຊາຊົນທີ່ໄປສັກວັກຊິນກໍມີຂອບເຂດ ແລະອັດຕາສ່ວນທີ່ອ່າວກວ້າງຂວາງ, ກົນໄກສຸກເສີນໃນການປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ, ຄຸນນະພາບດ້ານການຮັກສາສຸຂະພາບກໍຄືຄວາມຮູ້-ຄວາມສາມາດໃນການຕ້ານກັບພະຍາດຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນກວ່າເກົ່າຕື່ມອີກ. ທັງໝົດເຫຼົ່ານີ້ລ້ວນແຕ່ເປັນການສ້າງພື້ນຖານກໍຄືອໍານວຍເງື່ອນໄຂໃຫ້ແກ່ການປັບປຸງທິດທາງນະໂຍບາຍໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.