ບໍ່ຕ້ອງສົນໃຈນໍາການລາຍງານຂ່າວແບບປີ້ນໄປປີ້ນມາຂອງສື່ມວນຊົນຝ່າຍຕາເວັນຕົກຕໍ່ກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຈີນ

2022-12-08 15:50:48 cri


ໃນໄລຍະຜ່ານມາ, ຄຽງຄູ່ກັບອັດຕາການເປັນພະຍາດຫຼັງຕິດເຊື້ອພະຍາດໂອມິຄຣອນ ໄດ້ຫຼຸດໜ້ອຍລົງຢ່າງຈະແຈ້ງ, ຈີນໄດ້ປັບປ່ຽນມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງບໍ່ຢຸດຢັ້ງ. ຍ້ອນແນວນັ້ນ, ສືື່ມວນຊົນຝ່າຍຕາເວັນຕົກກໍໄດ້ມີການປ່ຽນແປງແບບປີ້ນໜ້າມືເປັນຫຼັງມື ໃນ ການລາຍງານຂ່າວກ່ຽວກັບມາດຕະການຂອງຈີນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ກ່ອນໜ້ານີ້ບໍ່ຮອດໜຶ່ງອາທິດ, ສື່ມວນຊົນອາເມຣິກາຍັງຕໍາໜິນະໂຍບາຍ “ຈໍາກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ” ຂອງຈີນວ່າ ແມ່ນຝືນກັບມາດຕະການຂອງປະເທດຕ່າງໆໃນໂລກ ແລະ ໄດ້ສ້າງຜົນເສຍຫາຍໃຫ້ກັບເສດຖະກິດຢ່າງຫຼວງຫຼາຍ. ແຕ່ຄຽງຄູ່ກັບຈີນປັບປ່ຽນນະໂຍບາຍ ແລະ ຜ່ອນຜັນມາດຕະການປ້ອງກັນພະຍາດເປັນກ້າວໆ, ສື່ມວນຊົນອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆ ພັດມີການປ່ຽນແປງຢ່າງກະທັນຫັນໃນດ້ານການລາຍງານຂ່າວ ຄື: BBC ຂອງອັງກິດລາຍງານວ່າ: ຈີນຜ່ອນຜັນມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງກະທັນຫັນຈະພາໃຫ້ເກີດເຫດທີ່ເປັນໂສກນາດຕະກຳ; ນິວຢອກທາມ ຂອງອາເມຣິກາໄດ້ກ່າວເຕືອນໂດຍອ້າງອີງຄໍາເວົ້າຂອງຜູ້ຊ່ຽວຊານວ່າ: ຈີນຍັງບໍ່ທັນກຽມພ້ອມເທື່ອ, ການປ່ອຍວາງນະໂຍບາຍ “ຈໍາກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ” ຈະສ້າງຜົນກະທົບຕໍ່ລະບົບສາທາລະນະສຸກຂອງຈີນຢ່າງແຮງ ແລະອື່ນໆ. ເວົ້າລວມແລ້ວ, ບໍ່ວ່າຈີນເຮັດແນວໃດ, ສື່ມວນຊົນຝ່າຍຕາເວັນຕົກກໍ ສາມາດຫາເລື່ອງມາຕໍາໜິຈີນຈະຫຼອດ, ຈັ່ງແມ່ນຕະຫຼົກແທ້ໆ!

ເຊື້ອພະຍາດໂຄວິດ-19 ໄດ້ແຜ່ລະບາດໃນທົ່ວໂລກມາເປັນເວລາເກືອບ 3 ປີແລ້ວ, ໃນເວລາທີ່ປະເທດຕ່າງໆໃນໂລກພາກັນປະກາດ “ການແຜ່ລະບາດຂອງພະຍາດໂຄວິດ-19 ສິ້ນສຸດລົງແລ້ວ” ແລະນໍາໃຊ້ມາດຕະການຮັບມືທີ່ຫຍໍ້ທໍ້, ລັດຖະບານຈີນພັດຍັງຍຶດໝັ້ນແນວທາງ “ປະຊາຊົນ ແລະ ຊີວິດປະຊາຊົນຢູ່ເໜືອ ທຸກສິ່ງທຸກຢ່າງ” ແລະ ຍຶດໝັ້ນໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19. ກ່ອນໜ້ານີ້ບໍ່ດົນ, ນັກເສດຖະສາດອັງກິດເຄີຍກ່າວວ່າ: ໃນໄລຍະ 3 ປີຜ່ານມານີ້, ນະໂຍບາຍ “ຈໍາກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ” ຂອງຈີນ ໄດ້ກອບກູ້ຊີວິດຂອງປະຊາຊົນປະມານ 4.600.000 ຄົນ.

ອີງຕາມຂໍ້ມູນສະຖິິິຕິ, ຈໍານວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ຈີນມີປະມານ 5.000 ຄົນ; ແຕ່ຢູ່ອາເມຣິກາ ມີ 1.080.000 ຄົນ. ຈໍານວນປະຊາກອນຂອງຈີນແມ່ນ 4,3 ເທົ່າຂອງປະຊາກອນອາເມຣິກາ, ຖ້າຫາກຈີນປະຕິບັດນະໂຍບາຍປ້ອງກັນພະຍາດແບບອາເມຣິກາ, ຈໍານວນຜູ້ເສຍຊີວິດຢູ່ຈີນຈະມີເຖິງ 4.700.000 ຄົນ; ນີ້ໝາຍຄວາມວ່າ: ນະໂຍບາຍ “ຈໍາກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ” ຂອງຈີນ ສາມາດກອບກູ້ຊີວິດຂອງປະຊາຊົນໄດ້ປະມານ 4.600.000 ຄົນ. ໃນດ້ານຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19, ຢູ່ຈີນແມ່ນ 288.000 ກໍລະນີ, ສ່ວນຢູ່ອາເມຣິກາແມ່ນ 98.000.000 ກໍລະນີ; ຖ້າຫາກອັດຕາການຕິດພະຍາດຂອງຈີນຄືກັນກັບອາເມຣິກາ, ຈີນຈະມີປະຊາຊົນ 425.000.000 ຄົນຕິດເຊື້ອພະຍາດໂຄວິດ-19.

ໃນໄລຍະ 3 ປີທີ່ຜ່ານມາ, ລັດຖະບານຈີນໄດ້ປັບປຸງນະໂຍບາຍ ແລະມາດຕະການປ້ອງກັນ ແລະຄວບຄຸມພະຍາດຢ່າງບໍ່ຢຸດຢັ້ງ ໂດຍໄດ້ນໍາໃຊ້ມາດຕະການຕາມຫຼັກວິທະຍາສາດ ແລະທ່າທີທີ່ກ້າວໄປຕາມຍຸກສະໄໝ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນ ແລະ ປະສານສົມທົບການປ້ອງກັນແລະຄວບຄຸມພະຍາດ ຄວບຄູ່ກັບການພັດທະນາເສດຖະກິດໃຫ້ກົມກຽວກັນ. ສະນັ້ນ, ການປັບປຸງມາດຕະການປ້ອງກັນພະຍາດຂອງຈີນ ບໍ່ແມ່ນການຜ່ອນຄາຍ ແລະ ປ່ອຍວາງ, ຍິ່ງບໍ່ແມ່ນການຜ່ອນຄາຍແບບຕົກຢູ່ໃນທ່າຮັບ, ແຕ່ພັດແມ່ນການປ້ອງກັນ ແລະ ຄວບຄຸມພະຍາດຢ່າງມີວິທະຍາສາດຫຼາຍກວ່າເກົ່າ, ເປັນເຈົ້າການຫຼາຍກວ່າເກົ່າ ແລະ ແມ່ນຢໍາກວ່າເກົ່າ.

ສະນັ້ນ, ພວກສື່ມວນຊົນຝ່າຍຕາເວັນຕົກ ບໍ່ຕ້ອງຟ້າວຕໍາໜິນະໂຍບາຍ ແລະມາດຕະການປ້ອງກັນ ແລະ ຄວບຄຸມພະຍາດຂອງຈີນ ເພາະວ່າຈີນມີຈັງຫວະຂອງຕົນໃນການປະຕິບັດການດັ່ງກ່າວ. ຕໍ່ກັບການລາຍງານຂ່າວແບບປີ້ນໄປປີ້ນມາຂອງສື່ມວນຊົນຝ່າຍຕາເວັນຕົກ, ພວກເຮົາບໍ່ຕ້ອງສົນໃຈ ເພາະວ່າ: ບໍ່ວ່າຈີນເຮັດແນວໃດ, ເຂົາເຈົ້າກໍສາມາດຫາເລື່ອງມາຕໍາໜິຈີນຕະຫຼອດ!