ທ່ານ ສີຈິ້ນຜິງ ສົ່ງສານຊົມເຊີຍຕໍ່ການສ້າງຕັ້ງສະມາຄົມປະຫວັດສາດແຫ່ງຊາດຈີນຄົບຮອບ 30 ປີ

2022-12-09 11:30:22 CRI

    ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມປະຫວັດສາດແຫ່ງຊາດ ສ.ປ ຈີນຄົບຮອບ 30 ປີ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງສະມາຄົມດັ່ງກ່າວ, ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະຄວາມຢື້ຢາມຖາມຂ່າວຢ່າງຈິງໃຈມາຍັງສະມາຊິກທັງໝົດຂອງສະມາຄົມກໍຄືຜູ້ເຮັດວຽກການຄົ້ນຄວ້າປະຫວັດສາດແຫ່ງຊາດອັນມະຫາສານໃນທົ່ວປະເທດ.

 

    ເນື້ອໃນສານຂອງທ່ານ ສີຈິ້ນຜິງ ໄດ້ຊີ້ອອກວ່າ: ຕະຫຼອດໄລຍະ 30 ປີແຫ່ງການສ້າງຕັ້ງສະມາຄົມ ປະຫວັດສາດແຫ່ງຊາດຜ່ານມາ, ສະມາຄົມດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາວຽກງານຄົ້ນຄວ້າ, ໂຄສະນາເຜີຍແຜ່ ກໍຄືການສຶກສາທາງດ້ານປະຫວັດສາດຂອງ ສ.ປ ຈີນ.

 

    ໃນໂອກາດນີ້, ທ່ານ ສີຈິ້ນຜິງ ໄດ້ຝາກຄວາມຫວັງໄວ້ນໍາສະມາຄົມປະຫວັດສາດແຫ່ງຊາດຈົ່ງເຊື່ອມຊຶມແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຢ່າງເລິກເຊິ່ງ, ຍຶດໝັ້ນທິດທາງທີ່ຖືກຕ້ອງດ້ານການເມືອງ, ຍຶດໝັ້ນລັດທິວັດຖຸນິຍົມປະຫວັດສາດ, ຖືໝາກຜົນຫຼ້າສຸດຂອງການຫັນເປັນແບບຈີນ ແລະໄປພ້ອມກັບຍຸກສະໄໝຂອງລັດທິມາກເປັນທິດຊີ້ນໍາ, ສ້າງຄວາມສາມັກຄີກັນລະຫວ່າງຜູ້ເຮັດວຽກການຄົ້ນຄວ້າປະຫວັດສາດແຫ່ງຊາດອັນມະຫາສານໃນທົ່ວປະເທດຕື່ມອີກ, ກໍາແຫນ້ນຫົວຂໍ້ຫຼັກແລະທາດແທ້ຂອງປະຫວັດສາດແຫ່ງຊາດຢ່າງໜັກແໜ້ນ, ຍົກລະດັບການຄົ້ນຄວ້າໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ປະດິດສ້າງຮູບແບບໃໝ່ຂອງການໂຄສະນາເຜີຍແຜ່, ເພີ່ມທະວີການຊີ້ນໍາໂດຍການສຶກສາອົບຮົມ, ກະຕຸກຊຸກຍູ້ປະຊາຊົນຍຶດໝັ້ນຄວາມໝັ້ນໃຈທາງປະຫວັດສາດ ແລະເພີ່ມທະວີຄວາມເປັນເຈົ້າການທາງດ້ານປະຫວັດສາດ, ເຕົ້າໂຮມພະລັງຈິດໃຈແຫ່ງຄວາມສາມັກຄີບຸກບືນສູ້ຊົນໃຫ້ດີກວ່າເກົ່າ, ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານກໍຄືການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.