ທ່ານສີຈິ້ນຜິງ ພົບປະກັບ ກະສັດຊາມານ ບິນ ອັບດຸນ ອາຊິສ ອັນຊາດ ແຫ່ງອາຣັບບີ ຊາອຸດິດ

2022-12-09 11:20:34 cri


ຕອນບ່າຍວັນທີ 8 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ກະສັດຊາມານ ບິນ ອັບດຸນ ອາຊິສ ອັນຊາດ ແຫ່ງອາຣັບບີ ຊາອຸດິດ ຢູ່ພະລາຊະວັງທີ່ນະຄອນຫຼວງຣີຢັດ.

ທ່ານສີຈິ້ນຜິງກ່າວວ່າ: ການຮ່ວມມືລະຫວ່າງຈີນ ກັບ ອາຣັບບີ ຊາອຸດິດ ມີອະນາຄົດທີ່ກວ້າງຂວາງ. ຈີນຖືອາຣັບບີ ຊາອຸດິດ ເປັນກຳລັງສຳຄັນໃນໂລກທີ່ກ້າວໄປສູ່ຫຼາຍຂົ້ວ, ໃຫ້ຄວາມສຳຄັນເປັນຢ່າງສູງໃນການຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບອາຣັບບີ ຊາອຸດິດ. ຈີນຍິນດີຮ່ວມກັບອາຣັບບີ ຊາອຸດິດ ສືບຕໍ່ເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຮັບໃຊ້ຜົນປະໂຫຍດແຫ່ງການພັດທະນາຂອງສອງປະເທດ, ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.

ກະສັດຊາມານ ກ່າວວ່າ: ໃນຊຸມປີມໍ່ໆມານີ້, ອາຣັບບີ ຊາອຸດິດ ກັບ ຈີນ ມີຄວາມຄືບໜ້າທີ່ດີງາມໃນການເຊື່ອມຕໍ່ຍຸດທະສາດຂອງສອງປະເທດ ແລະການຮ່ວມມືໃນຂົງເຂດຕ່າງໆ, ສອງຝ່າຍມີຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນໃນຫຼາຍບັນຫາ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາການພົວພັນກັບຈີນ, ຍິນດີຮ່ວມກັບທ່ານປະທານສີຈິ້ນຜິງ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຣັບບີ ຊາອຸດິດ - ຈີນ ພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນທີ່ມີໄມຕີຈິດມິດຕະພາບຂອງສອງຊາດ, ສິ່ງນີ້ຈະມີຜົນດີຕໍ່ການບັນລຸສັນຕິພາບ, ສະຖຽນລະພາບ ແລະຄວາມສະຫງົບຂອງພາກພື້ນກໍຄືຂອງໂລກ.

ປະມຸກລັດສອງປະເທດໄດ້ລົງລາມໃນ “ສັນຍາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປ ຈີນ ກັບ ລາຊະອານາຈັກອາຣັບບີ ຊາອຸດິດ” ແລະເຫັນດີວ່າ: ສອງປີໃດຈະຜັດປ່ຽນກັນຈັດການພົບປະກັນລະຫວ່າງປະມຸກລັດເທື່ອໜຶ່ງຢູ່ສອງປະເທດ.