ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ CMG ແລະກົມວິທະຍຸໂທລະພາບອາຣັບບີ ຊາອຸດິດ

2022-12-09 16:49:38 CRI

    ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບ, ກອງປະຊຸມສຸດຍອດຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍຄັ້ງທຳອິດ ແລະຢ້ຽມຢາມອາຣັບບີ ຊາອຸດິດທາງລັດຖະກິດ, ທ່ານ ເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະທ່ານ ມາຈິດ ບິນ ອັບດຸນລາ ອານ-ກາສບີ ຮັກສາການລັດຖະມົນຕີກະຊວງຖະແຫຼງຂ່າວ  ທັງເປັນປະທານຄະນະກໍາມະການຄຸ້ມຄອງກົມວິທະຍຸໂທລະພາບອາຣັບບີ ຊາອຸດິດໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງ ວິທະຍຸໂທລະພາບສູນກາງຈີນ ແລະ ກົມວິທະຍຸໂທລະພາບອາຣັບບີ ຊາອຸດິດ, ເອກະສານຮ່ວມມືສະບັບນີ້ໄດ້ຈັດເຂົ້າໃນໝາກຜົນຂອງການຮ່ວມມືສອງຝ່າຍທີ່ສໍາຄັນໃນການຢ້ຽມຢາມອາຣັບບີ ຊາອຸດິດຂອງທ່ານປະທານ ສີຈິ້ນຜິງ ໃນຄັ້ງນີ້.