ທູດລາວປະຈໍາ ສປ ຈີນ ຈັດປາຖະກະຖາກ່ຽວກັບສອງວັນປະຫວັດສາດ

2022-12-09 17:42:24 cri

 



ໃນວັນທີ 9 ທັນວາ 2022, ສະຖານທູດລາວ ທີ່ປັກກິ່ງ, ສປ ຈີນ ຈັດປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975 - 2 ທັນວາ 2022) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 - 13 ທັນວາ 2022).

ໂດຍການປາຖະກະຖາຂອງ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ, ຊຶ່ງໃນງານດັ່ງກ່າວ ມີບັນດາຄະນະນຳສະຖານທູດ, ພະນັກງານສະຖານທູດ, ຄອບຄົວພະນັກງານ ແລະ ປະຊາຊົນລາວ ທີ່ອາໄສຢູ່ນະຄອນຫລວງປັກກິ່ງເຂົ້າຮ່ວມ.



 ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງ 2 ວັນສໍາຄັນດັ່ງກ່າວ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ກໍຄືນັກການທູດ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮັບຮູ້, ເຊື່ອມຊືມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ວັນປະຫວັດສາດ ແລະ ຄວາມເປັນມາຂອງຊາດລາວໂດຍທ່ານໄດ້ຍົກໃຫ້ເຫັນຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດກໍຄືໜາກຜົນຂອງການປະຕິວັດລາວໃນມູນ ເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບຸລຸດ ແລະ ປະຊາຊົນບັນດາເຜົ່າພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊສົມບູນ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນຍິ່ງໃຫ່ຍໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.



ໃນໂອກາດດຽວກັນນີ້, ທ່ານໄດ້ເລົ່າເຖິງປະຫວັດຫຍໍ້ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ, ຜູ້ເປັນວິລະບຸລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງແລະເປັນແວ່ນແຍງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນການຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດຕົວຈິງ ແລະ ອຸດົມຄະຕິປະຕິວັດເປັນການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານກໍຄືນັກການທູດທຸກຄົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໃນການເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນຖັນແຖວ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ມີບົດບາດພົ້ນເດັ່ນໃນເວທີສາກົນ ເພື່ອນໍາພາປະເທດຊາດກ້າວຂື້ນສູ່ສັງຄົມນິຍົມເທື່ອລະກ້າວ.

     ນອກຈາກນັ້ນ, ຍັງໄດ້ຖືເອົາໂອກາດດັ່ງກ່າວເປັນການສະຫລຸບຜົນສຳເລັດ ຂອງການຕ້ອນຮັບ ສະຫາຍທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປ ຈີນ ຕື່ມອີກ.

 

Cr: ທູດລາວ ປະຈໍາ ສປ ຈີນ