ປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ ເລີ່ມຈາກນົກປະເພດຕ່າງໆ

2022-12-09 17:27:36 CRI

   ກອງປະຊຸມຂອງຝ່າຍເຊັນສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍຂອງຊີວະນາໆພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2 ໄດ້ຂຶ້ນຢູ່ປະເທດການາດາໃນວັນທີ 7 ທັນວານີ້. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນຊຸກຍູ້ການສ້າງຄວາມສີວິໄລດ້ານລະບົບນິເວດທົ່ວໂລກ, ເນັ້ນໜັກເຖິງມະນຸດ ແລະທໍາມະຊາດແມ່ນປະຊາຄົມຮ່ວມຊີວິດ, ພ້ອມທັງເນັ້ນໜັກເຖິງການເຄົາລົບນັບຖືທໍາມະຊາດ ເຂົ້າກັນກັບທໍາມະຊາດ ແລະອະນຸລັກທໍາມະຊາດ, ພະຍາຍາມບັນລຸວິໄສທັດອັນດີງາມຂອງສົນທິສັນຍາ, ຄື: ບັນລຸໃຫ້ມະນຸດ ແລະທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວປອງດອງກັນໃນປີ 2050.

    ຄວາມຫຼາກຫຼາຍຂອງຊີວະນາໆພັນແມ່ນພື້ນຖານຂອງມະນຸດທີ່ຄົງຕົວ ແລະພັດທະນາ, ແມ່ນກົກຮາກຂອງປະຊາຄົມຮ່ວມຊີວິດໂລກ. ມາສໍາຜັດກັບຄວາມສວຍງາມຂອງຊີວະນາໆພັນໂດຍຜ່ານນົກປະເພດຕ່າງໆນໍາກັນເທາະ!