ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນພົບປະກັບຜູ້ອຳນວຍການໃຫຍ່ WTO

2022-12-09 12:22:49 cri


ຕອບບ່າຍວັນທີ 8 ທັນວານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານນາງ ນະໂກຊີ ໂອກອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ຫຼື WTO ທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມສົນທະນາໂຕະມົນລະຫວ່າງລັດຖະບານຈີນກັບຜູ້ຮັບຜິດຊອບຂອງ 6 ອົງການເສດຖະກິດສາກົນ ຫຼື “1+6” ຄັ້ງທີ 7 ຢູ່ນະຄອນຫວງຊ່ານແຂວງອ່ານຮຸ່ຍຂອງຈີນ.

ທ່ານຫຼີເຄີ້ສຽງກ່າວວ່າ: ຈີນຍຶດໝັ້ນສະໜັບສະໜູນໂຄງປະກອບການຄ້າຫຼາຍຝ່າຍທີ່ຖືອົງການການຄ້າໂລກເປັນແກນກາງ, ຫຼັງຈາກຈີນເຂົ້າເປັນສະມາຊິກອົງການການຄ້າໂລກເປັນເວລາ 20 ກວ່າປີທີ່ຜ່ານມາ, ຈີນໄດ້ຕັ້ງໜ້າປະຕິບັດຕາມຄຳໝັ້ນສັນຍາຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ພັດທະນາຕົນເອງ ທັງໄດ້ສ້າງຜົນປະໂຫຍດໃຫ້ກັບໂລກ. ໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ສຸດຢູ່ໃນໂລກ, ຈີນຈະຍຶດໝັ້ນຫຼັກການທີ່ໃຫ້ສິດແລະພັນທະມີຄວາມດຸນດ່ຽງກັນໃນອົງການການຄ້າໂລກ, ແບກຫາບໜ້າທີ່ຄວາມຮັບຜິດຊອບທີ່ສອດຄ່ອງກັບໄລຍະລະດັບການພັດທະນາເສດຖະກິດແລະຄວາມສາມາດຂອງຕົນ.

ທ່ານຫຼີເຄີ້ສຽງກ່າວຕື່ມວ່າ: ຈີນຍຶດໝັ້ນລັດທິຫຼາຍຝ່າຍ, ປົກປັກຮັກສາການຄ້າເສລີ, ການຄ້າທີ່ຍຸຕິທຳ, ຍິນດີສືບຕໍ່ລົງເລິກການຮ່ວມມືກັບອົງການການຄ້າໂລກ, ຍິນດີຮ່ວມກັບຝ່າຍຕ່າງໆຊຸກຍູ້ໃຫ້ການປະຕິຮູບຂອງອົງການການຄ້າໂລກພັດທະນາໄປຕາມທິດທາງທີ່ຖືກຕ້ອງ ເພື່ອບັນລຸຜົນທີ່ມີຄວາມດຸນດ່ຽງໂດຍລວມ ແລະສ່ອງແສງໃຫ້ເຫັນເຖິງການຖືເອົາການພັດທະນາເປັນຫຼັກ.

ທ່ານນາງອີເວລາ ໄດ້ຕີລາຄາສູງຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າແລະມີລັກສະນະສ້າງສັນໃນການປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍ, ພ້ອມທັງກ່າວວ່າ: ການຕັດສາຍພົວພັນກັນ ຈະບໍ່ມີຜົນດີຕໍ່ການພັດທະນາເສດຖະກິດຂອງໂລກ ແລະການຄ້າສາກົນ. ອົງການການຄ້າໂລກ ຍິນດີຮ່ວມກັນກັບຈີນສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມກັນປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍທີ່ເປີດປະຕູສູ່ພາຍນອກແລະເຂັ້ມແຂງ.