ໝາກຜົນທີ່ຈີນແລະປະເທດອາຣັບຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ສະແດງອອກຢ່າງບໍ່ຢຸດຢັ້ງ

2022-12-09 15:25:29 cri


ປະເທດຈີນໄດ້ເຊັນເອກະສານກ່ຽວກັບການຮ່ວມມື “ໜຶ່ງແລ້ວໜຶ່ງເສັ້ນທາງ”ກັບ21 ປະເທດອາຣັບ ແລະສັນນິບາດອາຣັບແລ້ວ. ຕໍ່ກັບເລື່ອງນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 8 ທັນວານີ້ວ່າ: ປະເທດອາຣັບຕັ້ງຢູ່ບ່ອນຄົບກັນຂອງ “ໜຶ່ງແລວໜຶ່ງເສັ້ນທາງ”, ເປັນຜູ້ເຂົ້າຮ່ວມທີ່ສຳຄັນໃນການສ້າງອະລິຍະທຳເສັ້ນທາງສາຍໄໝໃນປະຫວັດສາດ, ທັງເປັນຄູ່ຮ່ວມມືຕາມທຳມະຊາດແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ການຈັດວາງດ້ານການຮ່ວມມືທີ່ຈີນແລະປະເທດອາຣັບຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສືບຕໍ່ສົມບູນຂຶ້ນ, ໝາກຜົນທີ່ໄດ້ຮັບແມ່ນສະແດງອອກຢ່າງບໍ່ຢຸດຢັ້ງ. ຈີນແລະປະເທດອາຣັບໄດ້ປະຕິບັດ 200 ກວ່າໂຄງການຂະໜາດໃຫຍ່ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງແລະພະລັງງານເປັນຕົ້ນ, ໝາກຜົນທີ່ໄດ້ຮັບໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຂອງສອງຝ່າຍເກືອບ 2 ຕື້ຄົນ.


ທ່ານນາງເໝົາໜິງກ່າວຕື່ມວ່າ: ພວກເຮົາເຊື່ອໝັ້ນວ່າ, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຈະສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ກັບປະຊາຊົນປະເທດຕ່າງໆລວມທັງປະເທດອາຣັບ.