ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ການຈຳກັດລາຄານ້ຳມັນເຊື້ອໄຟທີ່ຣັດເຊຍສົ່ງອອກຈະກະທົບເຖິງຕ່ອງໂສ້ການສະໜອງໃນທົ່ວໂລກ

2022-12-09 10:03:15 CRI


ວັນທີ 8 ທັນວາ 2022, ທ່ານນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ປະເທດຕາເວັນຕົກຈຳກັດລາຄາສູງສຸດຕໍ່ນ້ຳມັນເຊື້ອໄຟທີ່ຣັດເຊຍສົ່ງອອກຜ່ານທາງທະເລນັ້ນ ຈະກະທົບເຖິງຕ່ອງໂສ້ການສະໜອງໃນທົ່ວໂລກ, ເຮັດໃຫ້ສະພາບຕະຫຼາດພະລັງງານຂອງໂລກມີຄວາມສັບສົນຍິ່ງຂຶ້ນ. ຣັດເຊຍຈະບໍ່ສະໜອງນ້ຳມັນເຊື້ອໄຟໃຫ້ກັບປະເທດທີ່ສະໜັບສະໜູນການຈຳກັດລາຄານ້ຳມັນເຊື້ອໄຟທີ່ຣັດເຊຍສົ່ງອອກ.


ມື້ດຽວກັນ, ທ່ານອັນຕັນ ຊີລູອານົຟ ລັດຖະມົນຕີກະຊວງການເງິນຣັດເຊຍກ່າວວ່າ: ປັດຈຸບັນຍັງບໍ່ທັນເຖິງເວລາທີ່ປະເມີນຜົນກະທົບຕໍ່ງົບປະມານເນື່ອງຈາກປະເທດ ຕາເວັນຕົກຈຳກັດລາຄານ້ຳມັນເຊື້ອໄຟທີ່ຣັດເຊຍສົ່ງອອກຜ່ານທາງທະເລ, ຣັດເຊຍພວມກຽມໃຊ້ມາດຕະການຕອບໂຕ້ຄືນ.