ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຮັບຮອງມະຕິກ່ຽວກັບການຍົກເວັ້ນການລົງໂທດເພື່ອມະນຸດສະທຳ ຈີນປ່ອນບັດເຫັນດີ

2022-12-10 16:52:23 cri

ຕາມຂ່າວ CRI: ວັນທີ 9 ທັນວານີ້, ທ່ານກືງສວງ, ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສເພື່ອໃຫ້ຄຳອະທິບາຍພາຍຫຼັງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງມະຕິກ່ຽວກັບການຍົກເວັ້ນການລົງໂທດເພື່ອມະນຸດສະທຳແລ້ວ, ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ສະພາຄວາມໝັ້ນຄົງທີ່ໄດ້ຮັບຮອງມະຕິດັ່ງກ່າວ.


ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຮັບຮອງມະຕິເລກ 2664 ໃນວັນທີ 9 ທັນວານີ້, ເຊິ່ງໄດ້ກຳນົດໄວ້ວ່າ ການເຄື່ອນໄຫວດ້ານເສດຖະກິດທີ່ກ່ຽວຂ້ອງເຊິ່ງມີຈຸດປະສົງເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ຫຼືຮັບປະກັນຊີວິດການເປັນຢູ່ພື້ນຖານຂອງປະຊາຊົນນັ້ນ ບໍ່ຝ່າຝືນກັບມາດຕະການລົງໂທດຂອງສະພາຄວາມໝັ້ນຄົງທີ່ລະງັບຊັບສິນ. 14 ປະເທດສະມາຊິກຂອງສະພາຄວາມໝັ້ນຄົງລວມທັງຈີນໄດ້ປ່ອນບັດເຫັນດີຕໍ່ຮ່າງມະຕິດັ່ງກ່າວ, ອິນເດຍປ່ອນບັດຂາວ.