ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງປະຖົມມະເລີກ ແລະກ່າວຄຳປາໄສ

2022-12-10 15:54:47 cri

 

ຕາມຂ່າວ CRI: ໃນຕອນບ່າຍຂອງວັນທີ 9 ທັນວານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງປະຖົມມະເລີກໄດ້ຈັດຂຶ້ນຢູ່ສູນກອງປະຊຸມສາກົນສົມເດັດເຈົ້າຊີວິດອັບເດນອາຊິສທີ່ນະຄອນຫຼວງຣີຢັດຂອງອາຣັບບີຊາອຸດິດ. ກອງປະຊຸມສຸດຍອດໄດ້ອອກ “ຖະແຫຼງການຣີຢັດກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທຳອິດ”, ປະກາດວ່າຈີນ-ປະເທດອາຣັບໄດ້ເຫັນດີເປັນເອກະພາບກັນວ່າຈະພະຍາຍາມສຸດຂີດເພື່ອສ້າງປາຊາຄົມຮ່ວມຊາຕາກຳຈີນ-ປະເທດອາຣັບທີ່ອວ່າຍໜ້າໄປສູ່ຍຸກໃໝ່.


 

ທ່ານສີຈິ້ນຜິງ ປະທານປະເທດຈີນ, ຜູ້ນຳຂອງ 21 ປະເທດສັນນິບາດອາຣັບເຊິ່ງລວມທັງສົມເດັດ ມູຮຳມັດ ບິນ ຊັນມານ ບິນ ອັບເດນ ອາຊິສ ອັນຊອດ  ອົງມົງກຸດລາຊະກຸມານທັງເປັນນາຍົກລັດຖະມົນຕີອາຣັບບີຊາອຸດິດ ພ້ອມດ້ວຍທ່ານອາຮາເມັດ ອາບູນ  ເກດ, ເລຂາທິການໃຫຍ່ສັນນິບາດປະເທດອາຣັບແລະຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນອື່ນໆໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້. ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ຫຼັກວ່າ “ສົ່ງເສີມຈິດໃຈມິດຕະພາບລະຫວ່າງຈີນ-ປະເທດອາຣັບ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ປະເທດອາຣັບທີ່ອວ່າຍໜ້າໄປສູ່ຍຸກໃໝ່”.

 


ທ່ານສີຈິ້ນຜິງກ່າວເນັ້ນວ່າ: ໃນຖານະເປັນຄູ່ຮ່ວມຍຸດທະສາດ, ຈີນ ແລະປະເທດອາຣັບຕ້ອງເພີ່ມທະວີຄວາມສາມັກຄີ ແລະການຮ່ວມມື, ເພື່ອສ້າງປາຊາຄົມຮ່ວມຊາຕາກຳຈີນ-ປະເທດອາຣັບທີ່ແໜ້ນແຟ້ນກວ່າເກົ່າ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຢ່າງດີກວ່າເກົ່າ. ທ່ານສີຈິ້ນຜິງຍັງຊີ້ໃຫ້ເຫັນວ່າ, ພວກເຮົາຕ້ອງຍຶດໝັ້ນຄວາມເປັນເອກະລາດແລະເປັນເຈົ້າຕົນເອງ, ປົກປ້ອງຜົນປະໂຫຍດຮ່ວມກັນ ; ຕ້ອງສຸມໃສ່ການພັດທະນາດ້ານເສດຖະກິດ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ;ຕ້ອງປົກປັກຮັກສາສັນຕິພາບຂອງພາກພື້ນ, ບັນລຸຄວາມໝັ້ນຄົງຮ່ວມກັນ ; ຕ້ອງເພີ່ມທະວີການແລກປ່ຽນດ້ານອະລິຍະທຳ, ເພີ່ມທະວີຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນ.