ຜົນສໍາເລັດດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງຈີນແລະປະເທດອາຣັບ

2022-12-10 22:47:37 CRI

    ນັບແຕ່ ປີ 2012 ເປັນຕົ້ນມາ, ສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ ແລະປະເທດອາຣັບ ໄດ້ຮັບຄວາມຄືບໜ້າໃໝ່, ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.ສອງຝ່າຍໄດ້ເກາະແຂນກັນຮ່ວມກັນສ້າງສະຖິຕິ “ອັນດັບໜຶ່ງ”ຫຼາຍດ້ານ, ເຊັ່ນ: ຕຶກສູງສຸດໃນທະວີບອາຟຣີກາ, ໂຮງໄຟຟ້າພະລັງງານແສງອາທິດຂະໜາດໃຫຍ່ທີ່ສຸດໃນໂລກ,ໂຮງໄຟຟ້າຖ່ານຫີນສະອາດແຫ່ງທໍາອິດໃນພາກພື້ນຕາເວັນອອກກາງ, ໂຄງການເຫຼົ່ານີ້ໄດ້ເປັນຂັກສີພິຍານແຫ່ງຜົນສໍາເລັດອັນອຸດົມສົມບູນດ້ານການຮ່ວມມືຕົວຈິງລະຫວ່າງຈີນ ແລະປະເທດອາຮັບ. ສອງຝ່າຍໄດ້ຕັ້ງໜ້າເພີ່ມພະລັງແຮງທາງບວກເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະການພັດທະນາຂອງພາກພື້ນ, ກໍຄືຂອງໂລກ.