ປະເທດຈີນພວມດໍາເນີນການເຄື່ອນໄຫວເພື່ອປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ

2022-12-10 15:04:10 CRI

    ກອງປະຊຸມປະເທດຂອງຝ່າຍເຊັນສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍຂອງຊີວະນາໆພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2 ໄດ້ຂຶ້ນຢູ່ນະຄອນມົນເຕຣີອັນ, ປະເທດການາດາໃນວັນທີ 7 ທັນວານີ້. ໃນຖານະເປັນໜຶ່ງໃນບັນດາປະເທດທີ່ຊີວະນາໆພັນຫຼາກຫຼາຍທີ່ສຸດໃນໂລກ, ຈີນໄດ້ມີລະບົບປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນໃນຂັ້ນເບື້ອງຕົ້ນ. ໃນຫຼາຍປີມໍ່ໆມານີ້, ແຫ່ງຕ່າງໆຂອງຈີນໄດ້ໃຫ້ຄວາມສໍາຄັນເປັນຢ່າງສູງຕໍ່ການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ, ຊຸກຍູ້ໃຫ້ບັນລຸວິໄສທັດອັນດີງາມທີ່ມະນຸດ ແລະທໍາມະຊາດຢູ່ຮ່ວມກັນກົມກຽວປອງດອງກັນຢ່າງບໍ່ຢຸດຢັ້ງ.