ນະຄອນເຈິ້ງໂຈ່ວຈະເປີດຖ້ຽວບິນໂດຍກົງລະຫວ່າງ ເຈິ້ງໂຈ່ວ-ມາເລເຊຍ ແລະ ເຈິ້ງໂຈ່ວ-ສິງກະໂປ

2022-12-10 16:55:06 cri

 

ຕາມຂ່າວ CRI: ນັກຂ່າວໄດ້ຊາບຈາກບໍລິສັດການບິນເຮີນານຂອງແຊນາຊອສແອລາຍຈີນ(ຫຼືບໍລິສັດການບິນພາກໃຕ້ຈີນ)ໃນວັນທີ 9 ທັນວານີ້ວ່າ, ອີງຕາມການຈັດວາງຂອງບໍລິສັດດັ່ງກ່າວ, ນັບແຕ່ວັນທີ 29 ທັນວານີ້ເປັນຕົ້ນໄປ, ຈະເປີດຖ້ຽວບິນໂດຍກົງສາກົນລະຫວ່າງເຈິ້ງໂຈ່ວ-ກົວລາລຳເບີ; ນັບແຕ່ວັນທີ 1 ມັງກອນປີ 2023 ເປັນຕົ້ນໄປ, ຈະເປີດຖ້ຽວບິນໂດຍກົງສາກົນລະຫວ່າງເຈິ້ງໂຈ່ວ-ສິງກະໂປ.

 

ຖ້ຽວບິນເຈິ້ງໂຈ່ວ-ກົວລາລຳເບີມີຖ້ຽວບິນໄປກັບເທື່ອໜຶ່ງໃນແຕ່ລະວັນພະຫັດ, ລະຫັດຖ້ຽວບິນແມ່ນ CZ6059/60. ຖ້ຽວບິນເຈິ້ງໂຈ່ວ-ສິງກະໂປມີຖ້ຽວບິນໄປກັບເທື່ອໜຶ່ງໃນແຕ່ລະວັນອາທິດ, ລະຫັດຖ້ຽວບິນແມ່ນ CZ6051/2.