ວັນທີ 9 ທັນວານີ້, ອີງຕາມຂໍ້ມູນສະຖິຕິຈາກສະມາຄົມອຸດສາຫະກຳລົດຍົນຈີນໃຫ້ຮູ້ວ່າ: ແຕ່ເດືອນມັງກອນຫາເດືອນພະຈິກປີ 2022 ນີ້, ຈີນໄດ້ຜະລິດລົດພະລັງງານໃໝ່ 6,253 ລ້ານຄັນ ແລະຂາຍ 6,067 ລ້ານຄັນ, ລ້ວນແຕ່ໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ປີ 2021, ສ່ວນແບ່ງຕະຫຼາດບັນລຸເຖິງ 25%.
ທ່ານເຊິນສື້ຮວາ ຮອງເລຂາສະມາຄົມອຸດສາຫະກຳລົດຍົນຈີນກ່າວວ່າ: ນະໂຍບາຍສົ່ງເສີມການບໍລິໂພກມີບົດບາດສຳຄັນໃນການຮັກສາການເຕີບໂຕຢ່າງໝັ້ນທ່ຽງຂອງຕະຫຼາດລົດຍົນ. ໃນເດືອນພະຈິກແລ້ວນີ້, ລົດພະລັງງານໃໝ່ສືບຕໍ່ຮັກສາທ່ວງທ່າພັດທະນາຢ່າງວ່ອງໄວ,ປະລິມານການຜະລິດ ແລະຈຳໜ່າຍຕໍ່ເດືອນໄດ້ສ້າງສະຖິຕິໃໝ່, ບັນລຸ 768.000 ແລະ 786.000 ຄັນ, ຕ່າງໄດ້ເພີ່ມຂຶ້ນ 65,6% ແລະ 72,3% ເມື່ອທຽບໃສ່ປີກາຍ, ສ່ວນແບ່ງຕະຫຼາດບັນລຸເຖິງ 33,8%.