ທ່ານຫຼີເຄີ້ສຽງກັບຜູ້ຮັບຜິດຊອບອົງການເສດຖະກິດສາກົນທີ່ສຳຄັນຈັດກອງປະຊຸມສົນທະນາໂຕະມົນ “1+6” ຄັ້ງທີ 7

2022-12-10 17:49:57 cri

      ວັນທີ 9 ທັນວານີ້, ຢູ່ນະຄອນຮວາງຊ່ານແຂວງອ່ານຫຸ່ຍຂອງ ສປ ຈີນ,ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຮ່ວມກັບທ່ານ ເດວິດ ມາປັສ ຜູ້ອຳນວຍການໃຫຍ່ທະນາຄານໂລກ, ທ່ານນາງ ຄຣິສຕາລີນາ ເກວເກຍວາ ປະທານອົງການກອງທຶນເງິນຕາສາກົນ, ທ່ານນາງ ນິໂກຊີ ໂອຄອນໂຈ ອິເວລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ, ທ່ານ ກິນເບີດ ຮົມບວກ ຜູ້ອຳນວຍການໃຫຍ່ອົງການແຮງງານສາກົນ,ທ່ານ ມາເຊຍສ໌ ໂຄມານ ເລຂາທິການໃຫຍ່ອົງການການພັດທະນາແລະຮ່ວມມືດ້ານເສດຖະກິດ ແລະທ່ານໂນດ ປະທານສະພາຄວາມໝັ້ນທ່ຽງດ້ານການເງິນ ຈັດກອງປະຊຸມສົນທະນາໂຕະມົນ “1+6”ຄັ້ງທີ 7 ໂດຍໄດ້ລົງເລິກແລກປ່ຽນກ່ຽວກັບສະພາບເສດຖະກິດ, ການລົງເລິກການປະຕິຮູບແລະການເປີດປະຕູສູ່ພາຍນອກຂອງຈີນແລະອື່ນໆ.

      ບັນດາຜູ້ຮັບຜິດຊອບອົງການເສດຖະກິດສາກົນໄດ້ກ່າວວ່າ: ການພັດທະນາຂອງຈີນມີຄວາມສຳຄັນຫຼາຍຕໍ່ໂລກ, ພວກທ່ານໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຄວາມພະຍາຍາມຂອງຈີນແລະຄວາມຄືບໜ້າທີ່ຈີນໄດ້ຮັບໃນການສ້າງຄວາມໝັ້ນທ່ຽງໃຫ້ແກ່ການປະກອບອາຊີບແລະລາຄາສິນຄ້າ ແລະໄດ້ສະແດງຄວາມຍ້ອງຍໍຕໍ່ຈີນທີ່ໄດ້ປັບປຸງມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ສົມບູນຂຶ້ນ, ເດັດດ່ຽວລົງເລິກການປະຕິຮູບແລະການເປີດປະຕູສູ່ພາຍນອກ ພ້ອມທັງສະໜັບສະໜູນລັດທິຫຼາຍຝ່າຍ.