ທີມບານເຕະປະເທດອາຟຣິກາສ້າງປະຫວັດສາດໃນການແຂ່ງຂັນເຕະບານໂລກກາຕາ

2022-12-11 13:26:50 cri


   ຕອນຮຸ່ງເຊົ້າຂອງວັນທີ 11 ທັນວາ ຕາມເວລາວຽງຈັນ, ການແຂ່ງຂັນເຕະບານໂລກກາຕາ 2022 ໄດ້ສິ້ນສຸດການແຂ່ງຂັນຮອບ 8 ທີມສອງນັດສຸດທ້າຍ ໂດຍທີມມາຣົກເອົາຊະນະທີມປອກຕຸຍການ 1:0, ເຮັດໃຫ້ທິມບານເຕະຈາກປະເທດອາຟຣີກາເຂົ້າຮອບ 4 ທິມຂອງການແຂ່ງຂັນເຕະບານໂລກເປັນເທື່ອທຳອິດ.

   ໃນການແຂ່ງຂັນລະຫວ່າງທີມຊາດອັງກິດ ກັບ ທີມຊາດຝຣັ່ງທີ່ຈັດຂຶ້ນຫຼັງຈາກນັ້ນ, ທີມຝຣັ່ງເອົາຊະນະທີມອັງກິດ 2:1. ດ້ວຍເຫດນີ້, ທີມຝຣັ່ງ ກັບ ທີມມາຣົກຈະພົບກັນໃນການແຂ່ງຂັນຮອບຮອງຊະນະເລີດ ໃນການແຂ່ງຂັນເຕະບານໂລກຄັ້ງນີ້.