ກອງປະຊຸມບໍ່ເປັນທາງການຂອງຜູ້ນຳສະຫະພັນລັດເອກະລາດຈະຈັດຂຶ້ນໃນທ້າຍເດືອນທັນວາ

2022-12-11 13:32:39 cri


   ຂ່າວສານຕາສລາຍງາຍໃນວັນທີ 10 ທັນວານີ້ວ່າ, ທ່ານເຊີເກ ລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກາຊັກສະຖານໃນມື້ດຽວກັນ ໂດຍກ່າວວ່າ: ກອງປະຊຸມບໍ່ເປັນທາງການຂອງຜູ້ນຳສະຫະພັນລັດເອກະລາດ ຈະຈັດຂຶ້ນຢູ່ນະຄອນຊັນປີເຕີເບິກຂອງຣັດເຊຍໃນທ້າຍເດືອນທັນວານີ້, ຜູ້ນຳທີ່ຮ່ວມປະຊຸມຈາກປະເທດຕ່າງໆ ອາດຈະປຶກສາຫາລືຕໍ່ໜ້າທີ່ປີໜ້າ ແລະ ແຜນວິໄສທັດໄລຍະຍາວ.