ໄລຍະ 11 ເດືອນຕົ້ນປີນີ້ ຂະບວນລົດໄຟຈີນ-ເອີລົບເປີດບໍລິການ 15.162 ຂະບວນ

2022-12-11 13:39:10 cri


   ຕົວເລກຫຼ້າສຸດທີ່ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນປະກາດ ໄດ້ສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນ ຫາ ເດືອນພະຈິກປີນີ້, ຂະບວນລົດໄຟຈີນ-ເອີລົບ ແລະ ການຂົນສົ່ງທາງທະເລເຊື່ອມຕໍ່ກັບທາງລົດໄຟຕາມຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກຂອງຈີນ ຕ່າງໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.

   ແຕ່ເດືອນມັງກອນ ຫາ ເດືອນພະຈິກປີນີ້, ຂະບວນລົດໄຟຈີນ-ເອີລົບ ນັບລວມແລ້ວ ໄດ້ເປີດບໍລິການ 15.162 ຂະບວນ, ຂົນສົ່ງສິນຄ້າ 1.475.000 ຕູ້ຄອນເທັນເນີມາດຖານ, ເພີ່ມຂຶ້ນ 10% ແລະ 11% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ການຂົນສົ່ງທາງທະເລເຊື່ອມຕໍ່ກັບທາງລົດໄຟຕາມຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກຂອງຈີນ ນັບລວມແລ້ວ ໄດ້ຂົນສົ່ງສິນຄ້າ 687.000 ຕູ້ຄອນເທເນີມາດຖານ, ເພີ່ມຂຶ້ນ 18.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.