ແຂວງຣີຊາວແຫ່ງຟິລິບປິນເກີດໄພນ້ຳຖ້ວມ ເຮັດໃຫ້ 8 ຄົນເສຍຊີວິດ

2022-12-11 13:37:03 cri


   ເຈົ້າໜ້າທີ່ຕຳຫຼວດຟິລິບປິນແຈ້ງໃຫ້ຮູ້ວ່າ: ຕອນຄ່ຳວັນທີ 10 ທັນວານີ້, ຢູ່ເມືອງຕາໄນ ແຂວງຣີຊານ ປະເທດຕົນ ໄດ້ເກີດໄພນ້ຳຖ້ວມ, ເຮັດໃຫ້ລົດບັດຂະໜາດນ້ອຍຄັນໜຶ່ງຖືກກະແສນ້ຳເຊາະໄປ, ສົ່ງຜົນເຮັດໃຫ້ຜູ້ໂດຍສານໃນລົດ 8 ຄົນເສຍຊີວິດ ໃນນັ້ນມີຜູ້ເຖົ້າ 7 ຄົນ ແລະ ເດັກນ້ອຍອາຍຸ 5 ຂວບ 1 ຄົນ.

   ເຈົ້າໜ້າທີ່ຫ້ອງການບັນເທົາໄພທ້ອງຖິ່ນກ່າວວ່າ: ຢູ່ເທິງລົດບັດຄັນດັ່ງກ່າວມີຜູ້ໂດຍສານ 25 ຄົນ, ອຸບັດເຫດໄດ້ເກີດຂຶ້ນໃນເວລາປະມານ 20 ໂມງ 15 ນາທີຂອງວັນດັ່ງກ່າວ, ໃນຂະນະນັ້ນ ລົດບັດຄັນນີ້ພວມຄິດຢາກແລ່ນຜ່ານແມ່ນ້ຳສາຍໜຶ່ງ.