ບຸກຄົນປະເທດອາຣັບຕີລາຄາສູງຕໍ່ຄຳປາໄສຂອງທ່ານສີຈີ້ນຜິງໃນກອງປະຊຸມສຸດຍອດຈີນ-ປະເທດອາຣັບ ແລະ ກອງປະຊຸມສຸດຍອດຄະນະ ກຳມະການການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ຄັ້ງທຳອິດ

2022-12-11 13:22:28 cri


   ຫວ່າງມໍ່ໆມານີ້, ກອງປະຊຸມສຸດຍອດຈີນ-ປະເທດອາຣັບ ແລະ ກອງປະຊຸມສຸດຍອດຄະນະກຳມະການການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ຄັ້ງທຳອິດໄດ້ຈັດຂຶ້ນຢູ່ຣີຢັດ ນະຄອນຫຼວງປະເທດອາຣັບບີ ຊາອຸດິດ. ໃນກອງປະຊຸມ, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ພາດຫົວຂໍ້ວ່າ “ສົ່ງເສີມນ້ຳໃຈມິດຕະພາບຈີນ-ອາຣັບ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບທີ່ຫັນໜ້າສູ່ສະໄໝໃໝ່”.

   ຫຼັງກອງປະຊຸມສິ້ນສຸດລົງ, ບຸກຄົນໃນວົງການຕ່າງໆຂອງປະເທດອາຣັບຕ່າງກໍຊີ້ອອກວ່າ: ຄຳປາໄສຂອງທ່ານປະທານສີຈີ້ນຜິງໃນກອງປະຊຸມສຸດຍອດຈີນ-ປະເທດອາຣັບ ແລະ ກອງປະຊຸມສຸດຍອດຄະນະກຳມະການການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ຄັ້ງທຳອິດ ໄດ້ຊີ້ທິດເຍືອງທາງໃຫ້ແກ່ການສ້າງການພົວພັນຈີນ-ປະເທດອາຣັບ ແລະ ຈີນ-ປະເທດອາຣັບອ່າວເປີເຊຍທີ່ຫັນໜ້າສູ່ສະໄໝໃໝ່ ແລະ ເພີ່ມພະລັງຊຸກດັນເຂົ້າໃສ່ການຮ່ວມມືບົນຈິດໃຈມິດຕະພາບລະຫວ່າງຈີນ ກັບ ປະເທດອາຣັບ ແລະ ຈີນ ກັບ ປະເທດອາຣັບອ່າວເປີເຊຍ.

   ທ່ານໄຟຊານ ບິນ ອັບເດລາສິສ ອານ-ຊາອຸດ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດກ່າວວ່າ: ພວກຂ້າພະເຈົ້າສະໜັບສະໜູນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຣັບທີ່ຫັນໜ້າສູ່ສະໄໝໃໝ່, ກອງປະຊຸມສຸດຍອດຈີນ-ປະເທດອາຣັບເປັນສັກຂີພິຍານໃຫ້ຈຸດເລີ່ມຕົ້ນໃໝ່ຂອງການພັດທະນາຮ່ວມກັນລະຫວ່າງປະເທດອາຣັບ ກັບ ຈີນ. ພ້ອມກັນນັ້ນ, ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງອາຣັບບີ ຊາອຸດິດ ກັບ ຈີນກໍ່ມີຄວາມໝັ້ນຄົງ ແລະ ຂະຫຍາຍຕົວຕື່ມອີກ, ລະຫວ່າງສອງປະເທດບໍ່ພຽງແຕ່ມີການແລກປ່ຽນກັນດ້ານການຄ້າ ແລະ ການຮ່ວມມືດ້ານເຕັກນິກອັນເປັນມູນເຊື້ອເທົ່ານັ້ນ ຫາກຍັງລວມທັງການໝູນວຽນຂອງທຶນແລະເຕັກນິກອີກດ້ວຍ, ການຮ່ວມມືເຫຼົ່ານີ້ສາມາດເຮັດໃຫ້ພວກເຮົາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

   ທ່ານຮູແຊນ ປາຊາລິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວປະເທດເຢແມນເວົ້າວ່າ: ພາຍໃຕ້ສະຖານະການໃນສາກົນທີ່ສັບສົນທີ່ສຸດ, ກອງປະຊຸມສຸດຍອດຈີນ-ປະເທດອາຣັບ ແລະ ກອງປະຊຸມສຸດຍອດຄະນະກຳມະການການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ໄດ້ຈັດຂຶ້ນຢ່າງປະສົບຜົນສຳເລັດ. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມຈີນ-ປະເທດອາຣັບ, ການພົວພັນລະຫວ່າງພວກເຮົາມີຄວາມໝັ້ນທ່ຽງເປັນໄລຍະຍາວ, ອະລິຍະທຳຂອງສອງພາກພື້ນກໍມີຄວາມສຳພັນຢ່າງແໜ້ນແຟ້ນເຊັ່ນກັນ.

   ໂຄສົກເລຂາທິການໃຫຍ່ສັນນິບາດປະເທດອາຣັບລະບຸວ່າ: ການພັດທະນາຂອງຈີນໄດ້ສ້າງໂອກາດສຳຄັນຕໍ່ປະເທດຕ່າງໆໃນໂລກ ເຊິ່ງລວມທັງປະເທດອາຣັບ. ທ່ານກ່າວຕື່ມວ່າ: ການພັດທະນາຂອງຈີນແມ່ນການພັດທະນາເຕີບໃຫຍ່ຂອງກຳລັງສັນຕິພາບ ແລະ ກ້າວໜ້າ, ຈີນແມ່ນເພື່ອນມິດ ແລະ ໝູ່ຄູ່ທີ່ເປັນຕາໄວ້ເນື້ອເຊື່ອໃຈສຳລັບປະເທດອາຣັບ. ຂະນະທີ່ບຸກຄົນໃນວົງການຕ່າງໆຂອງປະເທດອາຣັບຕ່າງກໍ່ກ່າວວ່າ: ຄອງຄອຍບັນດາປະເທດອາຣັບ ກັບ ຈີນ ພ້ອມກັນກ້າວເດີນໄປໜ້າຮ່ວມກັນ, ສ້າງອະນາຄົດອັນກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືໃນຂົງເຂດຕ່າງໆຂອງສອງຝ່າຍ.