ທ່ານຫຼີເຄີ້ສຽງແລະຜູ້ຮັບຜິດຊອບອົງການເສດຖະກິດຕົ້ນຕໍໃນສາກົນ ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ

2022-12-11 13:12:42 cri


   ວັນທີ 9 ກັນຍານີ້, ຫຼັງຈາກກອງປະຊຸມໂຕະມົນ “1+6” ຄັ້ງທີ 7 ທີ່ຈັດຂຶ້ນຢູ່ນະຄອນຮວງສ່ານ ແຂວງອ່ານຮຸ່ນຂອວຈີນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ແລະ ຜູ້ຮັບຜິດຊອບອົງການເສດຖະກິດຕົ້ນຕໍໃນສາກົນ ໄດ້ຮ່ວມກັນເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ.

   ທ່ານຫຼີເຄີ້ສຽງກ່າວວ່າ: ກອງປະຊຸມສົນທະນາເທື່ອນີ້ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນໃໝ່ຫຼາຍຢ່າງ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໝັ້ນໃຈໃນການຮັກສາລັດທິຫຼາຍຝ່າຍ, ເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດທົ່ວໂລກ. ຜູ້ຮ່ວມປະຊຸມຕ່າງກໍ່ເຫັນວ່າ: ປັດຈຸບັນ, ເສດຖະກິດໂລກພວມຜະເຊີນໜ້າກັບສິ່ງທ້າທາຍຂ້ຽວຂາດໃນຫຼາຍດ້ານ ທີ່ບໍ່ເຄີຍຜະເຊີນໃນຫຼາຍປີຜ່ານມາ, ແຕ່ຍິ່ງຫຍຸ້ງຍາກກໍຕ້ອງຍິ່ງພະຍາຍາມຮ່ວມກັນ.

   ທ່ານຫຼີເຄີ້ສຽງຊີ້ອອກວ່າ: ບັນດາກຸ່ມເສດຖະກິດຕົ້ນຕໍ ແລະ ອົງການເສດຖະກິດຕົ້ນຕໍໃນສາກົນ ຄວນເພີ່ມທະວີການປະສານງານດ້ານນະໂຍບາຍມະຫາພາກ,ສ້າງຄວາມດຸນດ່ຽງລະຫວ່າງການຮັກສາການເຕີບໂຕຂອງເສດຖະກິດ ກັບ ການປ້ອງກັນໄພເງິນເຟີ້, ຮັກສາຄວາມໝັ້ນທ່ຽງຂອງການເງິນສາກົນ, ຮັບປະກັນການເຄື່ອນໄຫວຢ່າງໝັ້ນທ່ຽງຂອງຕະຫຼາດພະລັງງານ ແລະ ທັນຍາຫານ, ຮັກສາຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນ ຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງຂອງໂລກ.

   ທ່ານຫຼີເຄີ້ສຽງຍັງກ່າວຕື່ມວ່າ: ຈີນແມ່ນຜູ້ໄດ້ຮັບຜົນປະໂຫຍດຈາກຂະບວນການເປີດປະຕູຂອງໂລກ ແລະ ກໍເປັນຜູ້ຊຸກຍູ້ການເປີດປະຕູຂອງໂລກເຊັ່ນກັນ, ແມ່ນຜູ້ຮັກສາ ແລະ ຜູ້ມີສ່ວນຮ່ວມ ໃນລະບຽບສາກົນແລະກົດລະບຽບເສດຖະກິດການຄ້າ, ຈີນເດັດດ່ຽວສະໜັບສະໜູນອົງການເສດຖະກິດຕົ້ນຕໍໃນສາກົນ 6 ແຫ່ງເສີມຂະຫຍາຍບົດບາດເປັນເວທີດີກວ່າເກົ່າ ເພື່ອຊຸກຍູ້ການເປີດປະຕູເຊິ່ງກັນແລະກັນໃຫ້ກວ້າງຂວາງກວ່າເກົ່າ.